ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະພັກຮາກຖານໂຮງໝໍມິດຕະພາບ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ.
ຈຳນວນຜູ້ອ່ານ: 30
ອະນຸມັດວັນທີ: 25/03/2020

          ​ໃນ​ວັນ​ທີ 12 ​​ມີນາ 2020 ຄະນະ​ພັກ​ຮາກ​ຖານ​ໂຮງໝໍ​ມິດຕະພາບ ໄດ້​ຈັດກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ III ຂອງຕົນ​ຂຶ້ນ​ ​ໂດ​ຍການ​ເປັນ​ປະທານ​ຂອງສະຫາຍ ດຣ. ສະໜອງ ທອງ​ຊະນະ ຄະນະ​ພັກ​ກະຊວງ ​ເລຂາ​ຄະນະ​ພັກ​ຮາ​ກຖານ​​ໂຮງໝໍ​ມິດຕະພາບ, ​ໃຫ້​ກຽດ​ເຂົ້າ​ຮ່ວມ ​ແລະ ​ໂອ້​ລົມຕໍ່​ກອງ​ປະຊຸມ​ໂດຍ​ສະຫາຍ ຄຳ​ພອນ ພຸດ​ທະ​ວົງ ​ເລ​ຂາ​ຄະນະ​ພັກ​ກະຊວງ​ສາທາລະນະ​ສຸກ, ມີແຂກ​ຖືກ​ເຊີນຈາກ​ບັນດາ​ກົມ, ​ໂຮງໝໍ, ມະຫາວິທະຍາ​ໄລ, ສູນ​ຕ່າງໆ​ອ້ອມ​ຂ້າງ​ກະຊວງ​ສາທາລະນະ​ສຸກ ພ້ອມ​ດ້ວຍສະມາຊິກ​ພັກ​ສົມບູນ ​ແລະ ຕາງໜ້າ​ 3 ອົງການ​ຈັດ​ຕັ້ງ​ມະຫາ​ຊົນ​ເຂົ້າ​ຮ່ວມ​ທັງ​ໝົດ​ເກືອບ 150 ສະຫາຍ.

          ​ໃນກອງ​ປະຊຸມ ສະຫາຍ ດຣ. ສະໜອງ ທອງ​ຊະນະ ​ໄດ້​ຜ່ານ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ຄະນະ​ພັກ​ຮາກ​ຖານ ​​ໃນ​ໄລຍະ 5 ປີຜ່ານມາ ​ ຊຶ່ງ​ບົດ​ລາຍ​ງານ​ໄດ້​ຍົກ​​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ ​ແລະ ບົດຮຽນ​ທີ່​ຖອດ​ຖອນ​​ໄດ້​ໃນ​ໄລຍະຜ່ານ​ມາ ພ້​ອມທັງ​ທິດ​ທາງ​ແຜນການ 5 ປີຕໍ່ໜ້າ (2020-2024)​; ຕໍ່​ຈາກ​ນັ້ນ ຄະນະ​ພັກ​ຮາກ​ຖານໄດ້​ຜ່ານ​ບົດ​ສຳ​ຫຼວດການ​ນຳພາລວມ​ພ້ອມ​ທັງ​ຂຶ້ນ​ກ່າວ​ອຳ​ລາ​ໜ້າ​ທີ່; ຫຼັງ​ຈາກ​ນັ້ນ ຜູ້​ແທນ​ກອງ​ປະ​ຊຸມ​ໄດ້ໃຊ້​ສິດປະຊາທິປະ​ໄຕຂອງ​ຕົນ​ປ່ອນ​ບັດ​ເລືອກຕັ້ງ​ເອົາ​ຄະນະ​ພັກ​ຮາກ​ຖານ​ຊຸດ​ໃໝ່ 7 ສະຫາຍ ຈາກ​ຜູ້​ສະໝັກ 9 ສະຫາຍ. ກອງ​ປະຊຸມ​ຄັ້ງປະຖົມມະ​​ເລີກ​ໄດ້​ເປັນ​ເອກະສັນ​ກັນ​ເລືອກ​ເອົາ ສະຫາຍ ດຣ. ສະໜອງ ທອງ​ຊະນະ ​ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານອີກ​ໜຶ່ງ​ສະ​ໄໝ, ສະຫາຍ ດຣ. ສອນ​ໄຊ ລາດ​ຊະ​ວົງ ເປັນຮອງ​ເລຂາ​ ທັງ​ເປັນ​ປະທານ​ກວດກາ, ສະຫາຍ ​ເພັດ​ວິ​ວັນ ພອນ​ແກ້ວ ​ເປັນ​ຮອງ​ປະທານ​ກວດກາ​ ຊີ້​ນຳ​ວຽກ​ງານ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ສະຫາຍ ດຣ. ຫວັງ​ນະຄອນ ດິດຕະພົງ ​ແລະ ສະຫາຍ ດຣ ສົມ​ພິດ ປະທຸມ​ທອງ ຮັບຜິດຊອບ​ຊີ້​ນຳ​ວິຊາ​ການ ​ແລະ ວຽກ​ງານ​ພົວພັນ​ຕ່າງ​ປະ​ເທດ, ສະຫາຍ ນາງ ​ແກ້ວ ສຸຂະ​ວົງ ຮັບຜິດຊອບ​ວຽກ​ງານ​ການ​ເງີ​ນ, ສະຖິຕິ​ພັກ ​ແລະ ສະຫາຍ ​ແກ້ວ​ປະສິ​ດ​ໄຊ ຊາມູນ​ຕີ ຮັບຜິດຊອບ​ວຽກ​ງານ​ປ້ອງ​ກັນ.

           ຕອນທ້າຍຂອງກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນໂອ້ລົມ​​​ຈາກສະຫາຍ ຄຳພອນ ພຸດທະວົງເລຂາຄະນະພັກກະຊວງສາທາລະນະສຸກ ໂດຍໄດ້ຍ້ອງຍໍຊົມເຊີຍຜົນງານໃນຊຸມປີຜ່ານມາແລະ ໄດ້ເນັ້ນໜັກບາງບັນຫາໃຫ້ຄະນະພັກຊຸດໃໝ່​​ເອົາໃຈໃສ່ 3 ຂົງເຂດ​ ​ເຊັ່ນ: ວຽກງານກົງຈັກການຈັດຕັ້ງ-​ພະນັກງານ; ວຽກງານວິຊາສະເພາະແລະ ວຽກງານ​​ເສດຖະກິດ ພ້ອມກັບຮຽກຮ້ອງມາຍັງສະມາຊິກພັກທຸກສະຫາຍ ຈົ່ງພ້ອມກັນເປັນຈິດໜຶ່ງໃຈດຽວນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້

​ໂດຍ: ສ.ສົດ​ໃສ