ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ໜ່ວຍພັກສໍານັກງານປົກປ້ອງເງິນຝາກ ຄັ້ງທີ III ສໍາເລັດຜົນຢ່າງຈົບງາມ
ຈຳນວນຜູ້ອ່ານ: 21
ອະນຸມັດວັນທີ: 17/12/2019

     ກອງປະຊຸມໃຫຍ່ໜ່ວຍພັກສໍານັກງານປົກປ້ອງເງິນຝາກ ຄັ້ງທີ III ໄດ້ຈັດຂຶ້ນໃນວັນທີ 04 ພະຈິກ 2019 ທີ່ຫ້ອງປະຊຸມໃຫຍ່ຊັ້ນ IV ທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍການເປັນປະທານຂອງ ສະຫາຍ ນ. ແສງດາວວີ ວົງຄໍາຊາວ ເລຂາໜ່ວຍພັກສໍານັກງານປົກປ້ອງເງິນຝາກ, ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີສະຫາຍ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກທະນາຄານ ແຫ່ງ ສປປ ລາວ; ມີສະມາຊິກພັກພາຍໃນໜ່ວຍທັງໝົດ 15 ສະຫາຍ, ມີຕາງໜ້າບັນດາໜ່ວຍພັກ, ຄະນະພັກຮາກຖານ ແລະ 3 ອົງ ການຈັດຕັ້ງມະຫາຊົນ ທຫລ ເຂົ້າຮ່ວມຢ່າງພ້ອມພຽງ.

     ໃນກອງປະຊຸມ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ  ແລະ  ຮັບຮອງເອົາຮ່າງລາຍງານການເມືອງຂອງໜ່ວພັກ  ໂດຍສະເພາະແມ່ນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນໃນໄລຍະຜ່ານມາ ພ້ອມທັງໄດ້ກໍານົດທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນ 5 ປີ ຕໍ່ໜ້າ. ຈາກນັ້ນ ກອງປະຊຸມໄດ້ຜ່ານບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ ຕີລາຄາດ້ານດີທີ່ຕັ້ງໜ້າ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໂດຍສະເພາະແມ່ນຄວາມສາມັກຄີເປັນເອກະພາບພາຍໃນໜ່ວຍພັກ ແລະ ຄວາມສາມາດໃນການນຳພາຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກສະໄໝຜ່ານມາ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

     ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມສ່ວນ ເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ 03 ສະຫາຍ ຈາກຜູ້ສະໝັກ 5 ສະຫາຍ ເພື່ອສືບຕໍ່ເປັນແກນນໍາໃນລະບົບການເມືອງ ນໍາພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

             ກອງປະຊຸມໄດ້ເປັນເອກະສັນເລືອກຕັ້ງເອົາ:

  1. ສະຫາຍ ນ. ແສງດາວວີ ວົງຄໍາຊາວ ເປັນເລຂາ
  2. ສະຫາຍ ຄຳໄຊ ພົມມະວີ ເປັນຮອງເລຂາ ແລະ ເປັນປະທານກວດກາ
  3. ສະຫາຍ ນ. ດາວມະນີວອນ ວິໄລວຽງ ເປັນກໍາມະການ

 

             ພ້ອມນີ້ ກອງປະຊຸມຍັງໄດ້ເລືອກຕັ້ງເອົາຜູ້ແທນຂອງໜ່ວຍພັກ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ທະນາຄານແຫ່ງ ສປປ ລາວ ຈໍານວນ 4 ສະຫາຍ, ສໍາຮອງ 1 ສະຫາຍ.

     ໃນຕອນທ້າຍຂອງກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກທະນາຄານແຫ່ງ ສປປ ລາວ ເຊິ່ງສະຫາຍໄດ້ຍ້ອງຍໍ-ຊົມເຊີຍ ຕໍ່ຜົນສຳເລັດແຫ່ງການນຳພາຂອງໜ່ວຍພັກສະໄໝຜ່ານມາ, ເປັນຫ່ວງເປັນໄຍຕໍ່ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ຮຽກຮ້ອງມາຍັງຄະນະໜ່ວຍພັກຊຸດໃໝ່ ຮີບຮ້ອນປັບປຸງແກ້ໄຂດ້ານ ອ່ອນຂໍ້ຄົງຄ້າງ ເພື່ອພ້ອມກັນກ້າວໜ້າຢ່າງບໍ່ຢຸດຢັ້ງ; ພ້ອມນີ້ສະຫາຍຍັງໄດ້ມີທິດຊີ້ນຳໃນແຕ່ລະວຽກງານຢ່າງພາວະວິໄສ ແລະ ມີຈຸດສຸມ. ສະຫາຍມີຄວາມເຊື່ອໜັ້ນວ່າ ຄະນະໜ່ວຍພັກຊຸດໃໝ່ຈະນໍາພາສະມາຊິກພັກ-ພະນັກງານ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນ ໃຫ້ບັນລຸຜົນສຳເລັດໃໝ່ໃຫຍ່ຫຼວງກ່ວາເກົ່າ.