ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງກະສິກຳ ແລະ ປ່າໄມ້ ເປີດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ XVIII
ຈຳນວນຜູ້ອ່ານ: 35
ອະນຸມັດວັນທີ: 27/11/2019

    ເພື່ອຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ສືບຕໍ່ກໍ່ສ້າງພະນັກງານຫຼັກແຫຼ່ງຂອງກະຊວງກະສິກຳ ແລະ ປ່າໄມ້ ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ກໍ່ຄືແຜນດຳເນີນງານການເມືອງຂອງອົງຄະນະພັກກະຊວງ ສະໄໝທີ V (ປີ 2015-2020) ແລະ  ເພື່ອຍົກລະດັບຄວາມຮັບຮູ້ດ້ານທິດສະດີການເມືອງ-ການປົກຄອງໃຫ້ພະນັກງານຫຼັກແຫຼ່ງ; ໃນວັນທີ 25 ພະຈິກ 2019 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດທີ XVIII ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງຕົນ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ປອ ລຽນ ທິແກ້ວ ກຳມະການສູນກາງພັກ ເລຂາຄະນະພັກກະຊວງກະສິກຳ ແລະ ປ່າໄມ້, ມີສະຫາຍ ນາງ ປອ ໄກສອນ ຈັນສີນາ ເລຂາໜ່ວຍພັກ, ວ່າການຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ມີບັນດາສະຫາຍໃນຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກກົມ, ຫ້ອງການ, ສະຖາບັນ ພ້ອມດ້ວຍບັນດານັກຝຶກອົບຮົມ ທີ່ຖືກຄັດເລືອກເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້.

    ຊຸດຝຶກອົບຮົມຈະດຳເນີນເຖິງ ວັນທີ 05 ກຸມພາ 2020 ຈຶ່ງຈະສຳເລັດ ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 50 ສະຫາຍ, ຍິງ 17 ສະຫາຍ. ໃນໄລຍະຜ່ານມາໄດ້ຈັດຝຶກອົບຮົມໄປແລ້ວທັງໝົດ 17 ຊຸດ ມີນັກຝຶກອົບຮົມເຂົ້າຮ່ວມຫຼາຍກວ່າ 800 ສະຫາຍ ທີ່ລ້ວນແຕ່ແມ່ນພະນັກງານຫຼັກແຫຼ່ງຂອງຂະແໜງການກະສິກຳ ແລະ ປ່າໄມ້.

    ເປົ້າໝາຍໃນການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດໃນດ້ານທິດສະດີການເມືອງ, ການຊີ້ນຳ-ນຳພາ ແລະ ການຄຸ້ມຄອງລັດໃຫ້ໄປຕາມທິດຊີ້ນຳ ແລະ ສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ. ເນື້ອໃນທີ່ນຳມາຝຶກອົບຮົມປະກອບມີ 5 ພາກ ວິຊາຮຽນຄື: ປັດສະຍາ 8 ບົດ, ເສດຖະສາດການເມືອງ 10 ບົດ, ລັດທິສັງຄົມນິຍົມວິທະຍາສາດ 8 ບົດ, ບໍລິຫານສາດ 8 ບົດ ແລະ ວິຊາກໍ່ສ້າງພັກ 5 ບົດ; ບັນດາບົດຮຽນທັງໝົດ ແນ່ໃສ່ເຮັດໃຫ້ຜູ້ເຂົ້າຮ່ວມກຳແໜ້ນສະພາບຄວາມເປັນຈິງດ້ານການເມືອງ, ເສດຖະກິດ-ສັງຄົມຂອງປະເທດເຮົາ ແລະ ໄດ້ຮັບຮູ້ເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກຢ່າງເປັນລະບົບ, ໃຫ້ພະນັກງານຫຼັກແຫຼ່ງຮັບຮູ້ ແລະ ເຂົ້າໃຈ, ກຳແໜ້ນ ແລະ ນຳໄປໝູນໃຊ້ເຂົ້າໃນຊີວິດຕົວຈິງ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານຢ່າງມີຫຼັກການ ແລະ ຖືກຕ້ອງ, ທັງເປັນການສຶກສາອົບຮົມການເມືອງ-ແນວຄິດ, ປຸກລະດົມຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ອື່ນໆ.

    ຈາກນັ້ນ, ສະຫາຍ ປອ ລຽນ ທິແກ້ວ  ໄດ້ມີຄຳເຫັນໃຫ້ທິດຊີ້ນຳຕໍ່ຊຸດຝຶກອົບຮົມດັ່ງກ່າວ ຮຽກຮ້ອງເຖິງຜູ້ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ຈົ່ງເອົາໃຈໃສ່ຄົ້ນຄວ້າຮຳ່ຮຽນ, ປະກອບຄຳຄິດຄຳເຫັນ, ຍາດແຍ່ງເອົາບົດຮຽນນຳຄູອາຈານ ເພື່ອກຳແໜ້ນທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ບັນດາຫຼັກມູນພື້ນຖານ, ກົດໝາຍ ກໍ່ຄືແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດຢ່າງຈະແຈ້ງ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ, ກາຍເປັນພະນັກງານຫຼັກແຫຼ່ງ ເປັນຜູ້ສືບທອດທີ່ດີຂອງພັກ, ເປັນຜູ້ທີ່ມີຄວາມຫ້າວຫັນມີຄວາມກ້າວໜ້າ ເຮັດສຳເລັດທຸກໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງ...@

 ໂດຍ: ສ. ສົດໃສ