ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງແຜນການ ແລະ ການລົງທຶນ ປິດຊຸດຝຶກອົບຮົມວຽກງານກໍ່ສ້າງພັກ ຊຸດທີ III.
ຈຳນວນຜູ້ອ່ານ: 58
ອະນຸມັດວັນທີ: 26/11/2019

    ໃນວັນທີ 22 ພະຈິກ 2019 ກະຊວງແຜນການ ແລະ ການລົງທຶນ ຈັດພິທີປິດຝຶກອົບຮົມວຽກງານກໍ່ສ້າງພັກ ຊຸດທີ III ໃຫ້ເລຂາ-ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ ແລະ ຜູ້ຊ່ວຍໜ່ວຍພັກ ໂດຍເປັນປະທານຂອງສະຫາຍ ນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນ ມີບັນດາຄະນະບໍລິຫານງານພັກກະຊວງ, ເລຂາ, ຮອງເລຂາ, ຄະນະໜ່ວຍພັກ ແລະ ຜູ້ຊ່ວຍວຽກໜ່ວຍພັກຂອງຫ້ອງການ, ບັນດາກົມ ແລະ ທຽບເທົ່າກົມພາຍໃນກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມທັງໝົດ 60 ທ່ານ, ຍິງ 19 ທ່ານ.

    ການຝຶກອົບຮົມໃນຄັ້ງນີ້ ໄດ້ດຳເນີນມາເປັນເວລາ 3 ວັນ (ລະຫວ່າງວັນທີ 20-22 ພະຈິກ 2019) ໂດຍມີວິທະຍາກອນຈາກຄະນະຈັດຕັ້ງສູນກາງພັກເປັນຜູ້ບັນລະຍາຍເອກະສານທີ່ສຳຄັນ, ມີນັກຝຶກອົບຮົມໃນຄັ້ງນີ້ ຈຳນວນ 55 ສະຫາຍ ຍິງ 19 ສະຫາຍ ໃນນີ້ ມີຄະນະບໍລິຫານງານພັກກະຊວງ ທັງເປັນເລຂາໜ່ວຍພັກ 1 ສະຫາຍ (ຍິງ), ເລຂາໜ່ວຍພັກ 7 ສະຫາຍ, ຮອງເລຂາໜ່ວຍພັກ 5 ສະຫາຍ, ຍິງ 1 ສະຫາຍ, ຄະນະໜ່ວຍພັກ 6 ສະຫາຍ, ຍິງ 1 ສະຫາຍ ແລະ ມາຈາກ 4 ແຂວງ ຄື: ແຂວງວຽງຈັນ, ບໍລິຄຳໄຊ, ໄຊສົມບູນ ແລະ ແຂວງຄຳມ່ວນ ມີທັງໝົດ 7 ສະຫາຍ, ຍິງ 3 ສະຫາຍ, ຜູ້ຊ່ວຍວຽກໜ່ວຍພັກ 35 ສະຫາຍ ຍິງ 14 ສະຫາຍ.

      ຈຸດປະສົງການຝຶກອົບຮົມ ເພື່ອເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອເຮັດໃຫ້ບັນດານັກຝຶກອົບຮົມຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ, ກຳໄດ້ບັນດາເນື້ອໃນເອກະສານໃຫ້ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມີທັດສະນະຫຼັກໝັ້ນຊົນຊັ້ນດີ, ບໍ່ມີແນວຄິດຄອນແຄນ ເຖິງວ່າຈະຕົກຢູ່ໃນສະຖານະໃດກໍ່ຕາມ, ສາມາດຈຳແນກໄດ້ລະຫວ່າງວຽກພັກກັບວຽກງານລັດບໍ່ໃຫ້ປົນເປກັນ ໂດຍສະເພາະວຽກງານຄຸ້ມຄອງ, ກໍ່ສ້າງພັກ ແລະ ວຽກງານປ້ອງກັນພັກ-ພະນັກງານໃນໄລຍະໃໝ່, ສ້າງໃຫ້ມີລະບອບແບບແຜນວິທີເຮັດວຽກທີ່ວິທະຍາສາດ, ຖືກຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະບຸກຄົນຮັບຜິດຊອບ ແລະ ປະຕິບັດລະບອບຫົວໜ້າດຽວ, ສາມາດນຳພາ-ຄຸ້ມຄອງສະມາຊິກພັກ-ພະນັກງານ, ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມອົດທົນຜ່ານຜ່າທຸກຂໍ້ຫຍຸ້ງຍາກສັບສົນ ເຮັດສຳເລັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ.

    ເນື້ອໃນເອກະສານຝຶກອົບຮົມຄັ້ງນີ້ ມີທັງໝົດຈຳນວນ 9 ຫົວຂໍ້ຄື: 1. ທັດສະນະຂອງພັກຕໍ່ພະນັກງານ ແລະ ວຽກງານພະນັກງານ; 2. ການຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; 3. ຕີລາຄາຄຸນນະພາບ, ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ; 4. ເນື້ອໃນພື້ນຖານວຽກງານປ້ອງກັນພັກ-ພະນັກງານ; 5. ການເພີ່ມທະວີວຽກງານປ້ອງກັນພັກໃນໄລຍະໃໝ່; 6. ບົດແນະນຳກ່ຽວກັບການດຳເນີນຊີວິດການເມືອງພາຍໃນພັກ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ 3 ຂັ້ນ; 7. ການຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່; 8. ວຽກງານອອກບັດ-ມອບບັດສະມາຊິກພັກສົມບູນ; ແລະ 9. ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ.

    ຜ່ານການຕີລາຜົນໄດ້ຮັບຈາກຝຶກອົບຮົມເຫັນວ່າ ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຂຶ້ນຫ້ອງຮຽນເປັນປົກກະຕິ, ປະຕິບັດຕາມຕາຕະລາງເວລາໄດ້ດີ ແລະ ມີການຖາມ-ຕອບແລກປ່ຽນຄວາມຮູ້ນຳວິທະຍາກອນໄດ້ເປັນຢ່າງດີ.

    ຕອນທ້າຍຂອງພິທີສະຫາຍ ນາງ ຄຳຈັນ ວົງແສນບູນ ໄດ້ມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມ ຈຳນວນ 55 ສະຫາຍ, ຍິງ 19 ສະຫາຍ ພ້ອມນັ້ນ  ສະຫາຍກໍ່ໄດ້ມີຄຳເຫັນໂອ້ລົມ ໂດຍສະຫາຍໄດ້ຍ້ອງຍໍຊົມເຊີຍນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ຕໍ່ບັນດາເນື້ອໃນເອກະສານສຳຄັນຂອງພັກຢ່າງເລິກເຊິ່ງ ແລະ ສະຫາຍຍັງເຊື່ອໝັ້ນວ່າ ບັນດາສະຫາຍທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ຈະຮູ້ນຳເອົາທິດສະດີທີ່ຮັບຮູ້ໃນຄັ້ງນີ້ ໄປໝູນໃຊ້ໃນວຽກງານຕົວຈິງທີ່ຕົນເອງຮັບຜິດຊອບໃຫ້ໄດ້ຮັບຜົນດີ, ສາມາດເຮັດວຽກພັກ-ພະນັກງານ ໂດຍສະເພາະແມ່ນວຽກງານຄຸ້ມຄອງ, ກໍ່ສ້າງພັກ ແລະ ວຽກງານປ້ອງກັນພັກ-ພະນັກງານໃນໄລຍະໃໝ່, ມີສະຕິຕໍ່ການຈັດຕັ້ງ, ຮູ້ຈຳແນກມິດ-ສັດຕູຈະແຈ້ງ, ເຄົາລົບຫຼັກການລວມສູນປະຊາທິປະໄຕ, ຮູ້ປຸກລະດົມມະຫາຊົນເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ປະຕິບັດ 5 ໜ້າທີ່ຂອງສະມາຊິກພັກ ທີ່ໄດ້ກຳນົດໃນລະບຽບຂອງພັກຢ່າງເຂັ້ມງວດ...ຯ

 ໂດຍ: ສ. ສົດໃສ