ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນ
ຈຳນວນຜູ້ອ່ານ: 42
ອະນຸມັດວັນທີ: 15/11/2019

ໂດຍ: ພິດສະໄໝ

      ໜ່ວຍພັກກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນຂຶ້ນ ໃນວັນທີ 30 ຕຸລາ 2019 ໃຫ້ກຽດເຂົ້າຮ່ວມມີສະຫາຍ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ກໍຳມະການສູນກາງພັກ, ເລຂາຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສະຫາຍ ວຽງທອງ ວົງທະວິໄລ ເລຂາໜ່ວຍພັກກົມມາດຕະຖານ ແລະ ວັດແທກ, ມີຮອງເລຂາໜ່ວຍພັກ, ຫ້ອງການ, ກົມ, ສະຖາບັນ ແລະ ແຂກ ຖືກເຊີນເຂົ້າຮ່ວມ.

    ກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງ ສະຫລຸບຕີລາຄາການນຳພາຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາ (2015-2019) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2020-2024) ແລະ ຜ່ານບົດສຳຫຼວດການນຳພາລວມ ຊຶ່ງສະເໜີໂດຍສະຫາຍ ວຽງທອງ ວົງທະວິໄລ  ເລຂາໜ່ວຍພັກກົມມາດຕະຖານ ແລະ ວັດແທກ. ໜ່ວຍພັກດັ່ງກ່າວມີສະມາຊິກພັກທັງໝົດ 49 ສະຫາຍ, ຍິງ 15 ສະຫາຍ, ສະມາຊິກພັກສົມບູນ 39 ສະຫາຍ, ຍິງ 13 ສະຫາຍ, ສະມາຊິກພັກສຳຮອງ 10 ສະຫາຍ, ຍິງ 2 ສະຫາຍ. ພ້ອມກັນນັ້ນ, ໜ່ວຍພັກກໍໄດ້ຕິດຕາມ ແລະ ກໍ່ສ້າງມະຫາຊົນຜູ້ກ້າວໜ້າ ຈຳນວນ 21 ສະຫາຍ, ຍິງ 3 ສະຫາຍ. ໃນນັ້ນເປັນມະຫາຊົນທີ່ຜ່ານການຮຽນສະໜັບສະໜູນ ຈຳນວນ 12 ສະຫາຍ, ຍິງ 3 ສະຫາຍ. ເມື່ອສົມທຽບໃສ່ລະດັບຄາດໝາຍຂອງກອງປະຊຸມໃຫຍ່ຄັ້ງທີ I ວາງໄວ້ແມ່ນກວມເອົາ 40% ຂອງຈຳນວນພະນັກງານພາຍໃນກົມ ເຫັນວ່າລື່ນຄາດໝາຍ ເທົ່າກັບ 51,72% ຂອງຈຳນວນພະນັກງານທັງໝົດພາຍໃນກົມ.

     ຄະນະໜ່ວຍພັກໄດ້ເປັນເອກະພາບກັນກໍ່ສ້າງໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານປະລິມານ ແລະ ຄຸນນະພາບຂອງສະມາຊິກພັກ, ຍົກສູງຄຸນນະພາບການນຳພາຂອງຄະນະໜ່ວຍພັກ, ປັບປຸງກົງຈັກການຈັດຕັ້ງຂອງກົມໃຫ້ເຂັ້ມແຂງ, ຄົ້ນຄວ້າປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງກົມ 2 ຄັ້ງ: ປີ 2015 ແລະ ປີ 2018 ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄລຍະ, ເອົາໃຈໃສ່ຊີ້ນຳ-ນຳພາໃນການຄົ້ນ ຄວ້າກຳນົດຕຳແໜ່ງງານ ແລະ ຊັບຊ້ອນບັນຈຸພະນັກງານເຂົ້າໃສ່ໜ້າວຽກໃຫ້ມີຄວາມເໝາະສົມກັບຕຳແໜ່ງງານ ໃນແຕ່ລະດ້ານ. ນຳພາປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ ແລະ ແບ່ງຄວາມຮັບຜິດຊອບຈະແຈ້ງໃຫ້ບຸກຄົນ, ເຮັດໃຫ້ພາຍໃນໜ່ວຍພັກມີຄວາມສາມັກຄີໜັກແໜ້ນ, ມີຄວາມເປັນເອກະພາບສູງທາງດ້ານແນວຄິດ ແລະ ພ້ອມກັນຈັດຕັ້ງປະຕິບັດບັນດາມະຕິຂອງກອງປະຊຸມ, ພ້ອມນີ້ກໍປະຕິບັດລະບອບການປະຊຸມສ່ອງແສງ ແລະ ຮ່ວມຊີວິດພັກຢ່າງເປັນປົກກະຕິໃນທຸກໆເດືອນ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມເປັນເອກະພາບ ແລະ ມີປະສິດ ທິຜົນໃນລະດັບດີ.

     ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມມາດຕະຖານ ແລະ ວັດແທກ ໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ຈຳນວນ 5 ສະຫາຍຄື : ສະຫາຍ ວຽງທອງ ວົງທະວິໄລ ເປັນເລຂາໜ່ວຍພັກ,  ສະຫາຍ ນ. ນິສິດ ຄໍຳມູນເຮືອງ ເປັນຮອງເລຂາໜ່ວຍພັກ, ສະຫາຍວຽງຄໍຳ ສິງສອນໄຊ ເປັນປະທານກວດກາ, ສະຫາຍ ພວງມາລາ ຈູມພະຈັນ ແລະ ສະຫາຍ ປອ ສົມພອນໄຊ ວົງດາລາ ເປັນຄະນະໜ່ວຍພັກ ເພື່ອສືບຕໍ່ຊີ້ນຳ-ນຳພາ, ເປັນໃຈກາງເຕົ້າ ໂຮມຄວາມສາມັກຄີເປັນເອກະພາບພາຍໃນໜ່ວຍພັກ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ.

    ໃນຕອນທ້າຍກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ເປັນກຽດຮັບຟັງຄຳເຫັນໂອ້ລົມຈາກສະຫາຍ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະ ພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຄະນະໜ່ວຍພັກຊຸດເກົ່າຍາດມາໄດ້ ແລະ ສະແດງຄວາມເປັນຫ່ວງເປັນໃຍຕໍ່ຂໍ້ຄົງຄ້າງ ພ້ອມທັງມີທິດຊີ້ນຳໃນການແກ້ໄຂໃນຕໍ່ໜ້າ; ສະຫາຍໄດ້ຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານ ຈົ່ງພ້ອມກັນຕັ້ງໜ້າປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ສຳເລັດຕາມຄາດໝາຍ ແລະ ເຊື່ອໝັ້ນວ່າຄະນະໜ່ວຍພັກຊຸດໃໝ່ຈະນຳພາໜ່ວຍພັກຂອງຕົນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ສູ່ຜົນສຳເລັດໃໝ່ເປັນກ້າວໆ.