ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 7 ສະໄໝທີ III ຂອງອົງຄະນະພັກສານປະຊາຊົນສູງສຸດ
ຈຳນວນຜູ້ອ່ານ: 64
ອະນຸມັດວັນທີ: 14/11/2019

ໂດຍ: ພິດສະໄໝ

          ໃນວັນທີ 31 ຕຸລາ 2019 ທີ່ສານປະຊາຊົນສູງສຸດ ໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 7 ສະໄໝທີ III ຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານຂອງສະຫາຍ ຄຳພາ ແສງດາຣາ ເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ, ມີບັນດາສະຫາຍຄະນະບໍລິຫານງານພັກ, ບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກ ແລະ   ພະນັກງານຫຼັກແຫຼ່ງການນຳຂອງສານປະຊາຊົນສູງສຸດເຂົ້າຮ່ວມ.

          ກອງປະຊຸມຍັງໄດ້ຮັບຟັງ ແລະ ຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບຕີລາຄາສະພາບການເຄື່ອນໄຫວຊີ້ນຳ-ນຳພາ ຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 6 ສະໄໝທີ III ຂອງອົງຄະນະພັກສານ ປະຊາຊົນສູງສຸດ ແລະ ທິດທາງແຜນການໃນ 3  ເດືອນຕໍ່ໜ້າ. ພ້ອມກັນນີ້ກອງປະຊຸມຍັງໄດ້ຮັບຟັງ ແລະ ເຊື່ອມຊຶມມະ ຕິ 9 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ, ມະຕິສະບັບເລກທີ 076/ກມສພ, ລົງວັນທີ 19 ສິງຫາ 2019 ວ່າດ້ວຍການປັບປຸງການແບ່ງຂັ້ນຄຸ້ມຄອງເພື່ອສ້າງຄວາມເຂັ້ມແຂງຂອງລະບົບບໍລິຫານລັດໃນໄລຍະໃໝ່, ມະຕິສະບັບ ເລກ ທີ 058/ກມສພ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ບົດແນະນຳສະບັບເລກທີ 12/ສພວສ ຂອງ ສະພາວິທະຍາສາດສັງຄົມແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກ ວ່າດ້ວຍການຄົ້ນຄວ້າ ແນວຄິດ ໄກສອນ ພົມວິຫານ ແລະ ແຈ້ງການສະບັບເລກທີ 1862/ຫສນຍ, ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອໃຫ້ຄະນະບໍລິຫານງານພັກນຳ ໄປເຜີຍແຜ່ໃຫ້ບັນດາສະຫາຍສະມາຊິກພັກ-ພະນັກງານຮັບຮູ້ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍເຂົ້າສູ່ຊີວິດຕົວ ຈິງຢ່າງເປັນຮູບປະທຳ.

          ພ້ອມກັນນີ້, ສະຫາຍ ຄຳພາ ແສງດາຣາ ເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນເຊີດຊູຄວາມເປັນເຈົ້າການ, ຄວາມຮັບຜິດຊອບຂອງຕົນໃຫ້ ສູງ, ສຸມສະຕິປັນຍາຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ, ເສີມຂະຫຍາຍປະຊາທິປະໄຕຢ່າງເຕັມສ່ວນ ກ້າວໄປເຖິງຄວາມເປັນເອກະພາບສູງຕໍ່ບັນຫາຕ່າງໆທີ່ຍົກຂຶ້ນ, ຊອກໃຫ້ເຫັນຜົນ ງານພົ້ນເດັ່ນທີ່ເຮັດໄດ້, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດມະຕິ 6 ສະໄໝທີ III ຂອງຄະ ນະພັກຜ່ານມາ ເພື່ອພ້ອມກັນປັບປຸງແກ້ໄຂດີຂຶ້ນຢ່າງບໍ່ຢຸດຢັ້ງ ເຮັດໃຫ້ກອງປະຊຸມໃນຄັ້ງນີ້ໄດ້ຮັບໝາກຜົນຢ່າງຈົບງາມ.