ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກຫ້ອງການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນ
ຈຳນວນຜູ້ອ່ານ: 32
ອະນຸມັດວັນທີ: 10/09/2019

    ວັນທີ 4 ກັນຍາ 2019 ທີ່ຫ້ອງປະຊຸມຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກຫ້ອງການ ທີ່ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໂດຍການເປັນປະທານຂອງສະຫາຍ ພຸດທະສັກ ວິຈິດຕຣາ ເລຂາໜ່ວຍພັກຫ້ອງການ ກວຕ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບັນດິດສາດສະດາຈານ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາເລຂາ-ຮອງເລຂາໜ່ວຍພັກອ້ອມຂ້າງກະຊວງ, ຕາງໜ້າ 3 ອົງການຈັດຕັ້ງມາຫະຊົນກະຊວງ, ສະມາຊິກພັກສົມບູນ ແລະ ສຳຮອງພາຍໃນໜ່ວຍພັກຫ້ອງການ ຈຳນວນ 23 ສະຫາຍ, ຍິງ 7 ສະຫາຍເຂົ້າຮ່ວມຢ່າງພ້ອມພຽງ.   

    ກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງຂອງໜ່ວຍພັກຫ້ອງການ ນຳສະເໜີໂດຍສະຫາຍ ພຸດທະສັກ ວິຈິດຕຣາ ແລະ ບົດສຳຫຼວດການນຳພາລວມ ນຳສະເໜີໂດຍ ສະຫາຍ ນາງ ສົມສະໜຸກ ບົວມະນີວົງ ຮອງເລຂາໜ່ວຍພັກ ແລະ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ທິດທາງ, ແຜນການ 4​ ປີ ນັບແຕ່ປີ 2020 ຮອດປີ 2024.

    ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະໜ່ວຍພັກຫ້ອງການ ໂດຍມີຄະນະໜ່ວຍພັກ 2 ສະຫາຍ, ຍິງ 1 ສະຫາຍ, ມີສະມາຊິກພັກທັງໝົດ 23 ສະຫາຍ, ຍິງ 7 ສະຫາຍ, ໃນນີ້, ສະມາຊິກພັກສົມບູນ 16 ສະຫາຍ (ສະມາຊິກພັກອາວຸໂສບຳນານ 2 ສະຫາຍ), ສຳຮອງ 7 ສະຫາຍ. ຄະນະໜ່ວຍພັກຍາມໃດກໍເອົາໃຈໃສ່ສ້າງເງື່ອນໄຂ, ຊຸກຍູ້ ແລະ ນຳພາແນວຄິດ-ການເມືອງໃຫ້ສະມາຊິກພັກ-ພະນັກງານພາຍໃນໜ່ວຍພັກຂອງຕົນມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດກໍ່ຄືທິດທາງໜ້າທີ່ວຽກງານແຕ່ລະດ້ານ, ແບບແຜນວິທີເຮັດວຽກ ແລະ ອື່ນໆ ໂດຍຕິດພັນກັບລະບອບຮ່ວມຊີວິດການເມືອງປະຈຳເດືອນເປັນປົກກະຕິ, ຮັກສາໄດ້ຄວາມສາມັກຄີພາຍໃນໜ່ວຍພັກເປັນຢ່າງດີ ຈົນເຮັດໃຫ້ສະມາຊິກພັກ-ພະນັກງານທຸກສະຫາຍມີຄວາມເຕີບໃຫຍ່ເຂັ້ມແຂງ ໄປພ້ອມກັບຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນສູງຂຶ້ນ, ໂດຍສະເພາະແມ່ນການກໍ່ສ້າງພັກ-ກໍ່ສ້າງມະຫາຊົນ ນັບແຕ່ປີ 2016 ເປັນຕົ້ນມາ ໜ່ວຍພັກໄດ້ຂະຫຍາຍມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກໄດ້ 13​ ສະຫາຍ, ຍິງ 6 ສະຫາຍ, ປະຈຸບັນມະຫາຊົນກ້າວໜ້າໄດ້ຮຽນເອກະສານສະໜັບສະໜູນພັກ 5 ຄົນ; ການສະຫຼຸບຕີລາຄາປະເມີນຜົນວຽກງານສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດາ້ນ ປີ 2018 ແລະ ຈັດແບ່ງປະເພດສະມາຊິກພັກພາຍໃນໜ່ວຍມີສະມາຊິກພັກສົມບູນເຂົ້າຮ່ວມປະເມີນ 14 ສະຫາຍ ໃນນີ້ ມີປະເພດແຂງ 13 ສະຫາຍ, ກາງ​ 1 ສະຫາຍ, ປະເພດອ່ອນບໍ່ມີ; ວຽກງານນະໂຍບາຍຕໍ່ສະມາຊິກພັກ-ພະນັກງານ ໄດ້ຄົ້ນຄວ້າສະເໜີຍ້ອງຍໍສະມາຊິກພັກ-ພະນັກງານທີ່ມີຜົນງານດີເດ່ັນປະເພດ 1 ໃນການປະກອບສ່ວນຈັດຕັ້ງປະຕິບັດວຽກງານໃນໄລຍະປີ (2015-2018) ຫ້ອງການກະຊວງໄດ້ຮັບຫຼຽນໄຊແຮງງານຊັ້ນ III ຈຳນວນໜຶ່ງໜ່ວຍ.

   

    ຕໍ່ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂກຳນົດໄວ້ ຊຶ່ງມີຜູ້ສະໝັກ 5 ສະຫາຍ, ຍິງ 2 ສະຫາຍ ແລະ ຜົນການເລືອກຕັ້ງໃນຄັ້ງນີ້ ເລືອກໄດ້ 3 ສະຫາຍຄື: ສະຫາຍ ພຸດທະສັກ ວິຈິດຕຣາ ເປັນເລຂາໜ່ວຍພັກ, ສະຫາຍ ຄຳຜາ ທອງວັນນາ ເປັນຮອງເລຂາໜ່ວຍພັກ, ປະທານກວດກາ ແລະ ສະຫາຍ ນາງ ທິບພະຈັນ ຊາພັກດີ ເປັນຄະນະໜ່ວຍພັກ. ຈາກນັ້ນ, ກອງປະຊຸມ ຍັງບ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

    ຕອນທ້າຍກອງປະຊຸມ ໄດ້ຮັບຟັງໂອ້ລົມຈາກສະຫາຍ ບັນດິດສາດສະດາຈານ ບໍ່ວຽງຄຳ ວົງດາລາ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະໜ່ວຍພັກຊຸດເກົ່າຍາດໄດ້ຜົນສຳເລັດຫຼາຍດ້ານ. ພ້ອນນັ້ນ ສະຫາຍ ຍັງໄດ້ຍົກໃຫ້ເຫັນບາງບັນຫາທີ່ຄົງຄ້າງຈະຕ້ອງໄດ້ສືບຕໍ່ແກ້ໄຂ ໂດຍຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ ແລະ ສະມາຊິກພັກທຸກສະຫາຍພາຍໃນໜ່ວຍ ຈົ່ງພ້ອມກັນເພີ່ມທະວີຄວາມເອົາໃຈໃສ່ຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີປະສິດທິຜົນສູງຂຶ້ນ ແລະ ພ້ອມກັນສູ້ຊົນນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນຄັ້ງນີ້ໃຫ້ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ...

ໂດຍ: ສ.ສົດໃສ