ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມຮ່ວມສາກົນ ກະຊວງແຜນການ ແລະ ການລົງທຶນສຳເລັດ
ຈຳນວນຜູ້ອ່ານ: 33
ອະນຸມັດວັນທີ: 06/09/2019

    ເດືອນສິງຫາ 2019 ໜ່ວຍພັກກົມຮ່ວມສາກົນ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຕົນຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຂອງກະຊວງແຜນການ ແລະ ການລົງທຶນ ເປັນກຽດເຂົ້າເປັນປະທານໂດຍສະຫາຍ ປອ ສຸພັນ ແກ້ວມີໄຊ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນ, ມີບັນດາເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ມີສະມາຊິກພັກ-ພະນັກງານ ແລະ ຜູ້ຕາງໜ້າຈາກຂະແໜງການອ້ອມຂ້າງກະຊວງ ຈຳນວນ 65 ສະຫາຍ.

    ໃນກອງປະຊຸມຄັ້ງນີ້ ສະຫາຍ ນາງ ສີສົມບູນ ອຸນາວົງ ຄະນະພັກກະຊວງ, ເລຂາໜ່ວຍພັກ ຕາງໜ້າໃຫ້ຄະນະໜ່ວຍພັກກົມຮ່ວມມືສາກົນ ໄດ້ຜ່ານບົດລາຍງານການເມືອງ ແລະ ສະຫຼຸບຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ແລະ ແຜນ ພັດທະນາວຽກງານຮ່ວມມືສາກົນໃນຕໍ່ໜ້າ ພ້ອມດ້ວຍວຽກຈຸດສຸມທີ່ພົວພັນໂດຍກົງກັບການພັດທະນາວຽກງານຮ່ວມມືສາກົນທັງໃນສູນກາງ ແລະ ທ້ອງຖິ່ນ ເຮັດໃຫ້ວຽກງານການເມືອງ-ແນວຄິດ ແລະ ວຽກງານວິຊາສະເພາະຂອງກົມຮ່ວມມືສາກົນ ໃນໄລຍະ 5 ປີຜ່ານມາໄດ້ຮັບຜົນສຳ ເລັດຢ່າງ​ເປັນ​ກ້າວໆມາ, ເປັນຕົ້ນຄະນະໜ່ວຍພັກໄດ້ຖືສຳຄັນວຽກງານຊີ້​ນຳ-ນໍາພາທາງ​ດ້ານການເມືອງ-ແນວຄິດ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມ, ຄົ້ນຄວ້າເຊື່ອມຊືມບັນດາມະຕິ, ຄໍາສັ່ງຕ່າງໆຂອງພັກກໍ່ຄືລະບຽບກົດໝາຍຂອງລັດ ໃຫ້ບັນດາສະມາຊິກພັກມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຈົງຮັກພັກດີ, ເຊື່ອໜັ້ນຕໍ່ການນຳພາຂອງພັກ, ຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ມີສະຕິຕໍ່ການຈັດຕັ້ງ, ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ພ້ອມນັ້ນ, ກຳແໜ້ນວຽກງານການສ້າງໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ ແລະ ໄດ້ດຳເນີນກອງປະຊຸມສ່ອງແສງໜ່ວຍພັກຂອງກົມເປັນປະຈຳປົກກະຕິ.

    ໜ່ວຍພັກຍາມໃດກໍ່ຕັ້ງໜ້າປະຕິບັດໜ້າທີ່ຂອງຕົນ ເປັນເສນາທິການໃຫ້ການນຳຂອງກະຊວງແຜນການ ແລະ ການລົງທຶນ ໃນການເຮັດໜ້າທີ່ປະສານງານ, ລະດົມຂົນຂວາຍ ແລະ ຍາດແຍ່ງການຊ່ວຍເຫຼືອເພື່ອການພັດທະນາ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ພ້ອມທັງລົງຊຸກຍູ້ຕິດຕາມ-ກວດກາການຈັດຕັ້ງປະຕິບັດບັນດາແຜນງານຢ່າງຕໍ່ເນື່ອງໃຫ້ເກີດປະສິດທິຜົນສູງສຸດ; ​ແບບ​ແຜນ​ວິທີ​ເຮັດ​ວຽກ ​ແລະ ການ​ນຳພາ ໄດ້ຈັດຕັ້ງປະຕິບັດລະບົບເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕບຸກຄົນຮັບຜິດຊອບ; ວຽກງານ​ກໍ່ສ້າງ​ພັກ-ພະນັກງານ, ຂະຫຍາຍ​ພັກ ​ແລະ ປ້ອງ​ກັນ​ພັກໜ່ວຍພັກ ໄດ້ດຳເນີນຊີວິດການເມືອງຢ່າງເປັນປົກກະຕິທຸກໆເດືອນມີການຕຳນິສົ່ງຂ່າວ, ກໍ່ສ້າງເຊິ່ງກັນ ແລະ ກັນ ພາຍໃນພັກ ເພື່ອເຮັດໃຫ້ພາຍໃນໝ່ວຍພັກ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ຜ່ານຂະບວນການສ້າງໜ່ວຍພັກແຂ່ງຮູ້ນໍາພາຮອບດ້ານສາມາດ ຍາດໄດ້ໜ່ວຍພັກແຂງຮູ້ນຳພາຮອບດ້ານ 4 ປີ ຕໍ່ເນື່ອງ (2014-2017) ຈັດແບ່ງປະເພດສະມາຊິກພັກໄດ້ປະເພດແຂງທັງໜົດ 95 ເທື່ອສະຫາຍ; ຂະຫຍາຍສະມາຊິກພັກໄດ້ໃໝ່ 10 ສະ​ຫາຍ, ມີ​ສະ​ມາ​ຊິກ​ສຳ​ຮອງ 03 ສະ​ຫາຍ, ກວມ​ເອົາ 56,14 % ຂອງ​ພະ​ນັກ​ງານ​ທັງ​ໝົດ.

    ຄຽງຄູ່ກັບຈຸດດີ ແລະ ຜົນງານຂອງຄະນະໜ່ວຍພັກກົມຮ່ວມມືສາກົນ ໃນການນໍາຊີ້ນຳ-ນຳພາວຽກງານວິຊາສະເພາະຜ່ານມາກໍ່ຍັງມີບາງ​ຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ປັບປຸງ ແລະ ແກ້ໄຂໃນຕໍ່ໜ້າເປັນຕົ້ນ ຍັງມີສະ​ມາ​ຊິກ​ພັກ​ຈຳ​ນວນ​ໜຶ່ງ​ບໍ່​ທັນ​ເປັນ​ເຈົ້າ​ການ​ຄົ້ນຄວ້າ​ຮ່ຳຮຽນ ແລະ ບໍ່​ທັນ​ຄົ້ນ​ຄວ້າ​ລົງ​ເລີກ​ບັນ​ດາ​ນິ​ຕິ​ກຳ, ແນວ​ທາງ​ຂອງ​ພັກ, ລະ​ບຽບ​ກົດ​ໝາຍ​ຂອງ​ລັດ​ ລວມ​ທັງ​ການຍົກລະດັບດ້ານວິຊາສະເພາະຂອງຕົນ; ການຕຳນິຕິຊົມ ແລະ ສົ່ງຂ່າວເຊິ່ງກັນ ແລະ ກັນຍັງມີລັກສະນະຈົ່ງຈຽມ; ການ​ຕິດ​ຕາມກວດ​ກາ ແລະ ຊຸກ​ຍູ້ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ຍັງ​ບໍ່​ທັນ​ໜັກ​ແໜ້ນວ່ອງ​ໄວ​ທັນ​ການເຮັດ​ໃຫ້​ບາງວຽກ​ງານຊັກຊ້າແກ່​ຍາວ​ເວ​ລາ.

    ກອງປະຊຸມໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ຈຳນວນ 5 ສະຫາຍ, ຍິງ 2 ສະຫາຍ ກອງປະຊຸມຄັ້ງປະຖົມມະລືກເປັນເອກະສັນເລືອກເອົາ ສະຫາຍ ນາງ ສີ ສົມບູນ ອຸນາວົງ ເປັນເລຂາ, ສະຫາຍ ນາງ ສາຍໝອນຄໍາ ມັງໜໍ່ເມກ ເປັນຮອງເລຂາ, ສະຫາຍ ສີສົມພອນ ເພັດດາວເຮືອງ ເປັນຄະນະ, ປະທານກວດກາໜ່ວຍພັກ, ສະຫາຍ ປອ ອາ ລຸນຍະເດດ ຣາຊະພົນ ເປັນຄະນະ ແລະ ສະຫາຍ ວັນເພັງ ແສງມະໂນທອງ ເປັນຄະນະ.

    ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ປອ ສຸພັນ ແກ້ວມີໄຊ ໄດ້ໂອ້ລົມຕໍ່ກອງປະຊຸມໃນຄັ້ງນີ້ ເຊິ່ງສະຫາຍໄດ້ສະແດງຄວາມຍໍຍ້ອງຊົມເຊີຍຕໍ່ການປະຕິບັດໜ້າທີ່ວຽກງານ ແລະ ຜົນງານທີ່ຍາດມາໄດ້ໃນໄລຍະ 5 ປີທີ່ຜ່ານມາຂອງໜ່ວຍພັກກົມຮ່ວມມືສາກົນ ພ້ອມທັງໄດ້ສະແດງຄວາມຍິນດີຕໍ່ຄະນະໜ່ວຍພັກຊຸດໃໝ່ ທີ່ໄດ້ຮັບ​ຄວາມໄວ້ວາງໃຈຈາກບັນດາສະຫາຍສະມາຊິກພາຍໃນໜ່ວຍພັກ ແລະ ຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມໃຫຍ່ ການ​ນັບຖື​ການຈັດ​ຕັ້ງ ​ແລະ ລະບຽບວິ​​​ໄນຕ່າງໆຂອງພັກ ແລະ ກົດໝາຍຂອງລັດ ພ້ອມທັງຖື​ເອົາ​ການ​ຕຳ​ນິສົ່ງ​ຂ່າວ​ຂອງ​ໝູ່​ຄະນະ​ເປັນ​ເຂັມ​ທິດ​ເຍືອງ​ທາງ ແລະ ປັບປຸງຕົນເອງ; ກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກທັງໝົດ ພ້ອມກັນເປັນຈິດໜຶ່ງໃຈດຽວ ເພື່ອຜ່ານຜ່າທຸກຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ສໍາເລັດຜົນເປັນຢ່າງດີ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ຢ່າງບໍ່ຢຸດຢັ້ງ...ຯ

 ໂດຍ: ພອນ​ສະ​ຫວັນ