ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ຄັ້ງທີ II ໜ່ວຍພັກກົມກວດກາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສຳເລັດຢ່າງຈົບງາມ
ຈຳນວນຜູ້ອ່ານ: 32
ອະນຸມັດວັນທີ: 26/08/2019

    ນັກຂ່າວ : ລັດ​ດາ​ວັນ ສີ​ຫາ​ນຸ​ວົງ

    ໜ່ວຍພັກກົມກວດກາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນຂຶ້ນ ໃນວັນທີ 19 ສິງຫາ 2019 ທີ່ຫ້ອງປະຊຸມຂອງກະຊວງ, ໃຫ້ກຽດເຂົ້າຮ່ວມມີສະຫາຍ ບັນດິດ ສາດສະດາຈານ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສະຫາຍ ເຮີເຊັງ ເຢຍປໍເຮີ ເລຂາໜ່ວຍພັກກົມກວດກາ, ມີຜູ້​ຕາງ​ໜ້າໜ່ວຍພັກອ້ອມຂ້າງກະຊວງ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

    ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຜ່ານບົດລາຍງານການເມືອງ ສະຫລຸບຕີລາຄາການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກ ໃນໄລຍະ 5 ປີຜ່ານມາ (2015-2019) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2020-2024), ຜ່ານບົດສຳຫລວດການນຳພາລວມຂອງຄະນະໜ່ວຍພັກ ໃນການຊີ້ນຳ-ນຳພາວຽກງານຮອບດ້ານໄລຍະ 5 ປີຜ່ານມາ ພ້ອມນີ້ຜູ້ແທນກອງປະຊຸມຍັງໄດ້ປະກອບຄຳຄິດເຫັນຕໍ່ບົດລາຍງານການເມືອງຢ່າງກົງໄປກົງມາໃນທາງສ້າງສັນ ແລະ ດຳເນີນການເລຶອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເພື່ອສືບຕໍ່ນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ຄັດເລຶອກເອົາຜູ້ແທນສົມບູນ-ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີທີ່ຈະໄຂຂຶ້ນໃນຕໍ່ໜ້າ.

    ໜ່ວຍພັກກົມກວດກາມີສະມາຊິກພັກທັງໝົດ 10 ສະຫາຍ, ຍິງ 4 ສະຫາຍ, ໃນໜຶ່ງສະໄໝຜ່ານມາໜ່ວຍພັກໄດ້ຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ 9 ສະຫາຍ, ຮຽນກົດລະບຽບ 9 ສະຫາຍ, ຮັບມະຫາຊົນກ້າວໜ້າເປັນສະມາຊິກພັກສຳຮອງໄດ້ 5 ສະຫາຍ ແລະ ເລື່ອນເປັນສະມາຊິກພັກສົມບູນ 5 ສະຫາຍ, ຍິງ 2 ສະຫາຍ, ທຽບໃສ່ສະໄໝຜ່ານມາ ໃນປີ 2014 ເພີ່ມຂຶ້ນ 5 ສະຫາຍ. ໄດ້ຄົ້ນຄວ້າສະເໜີຍ້ອງຍໍສະມາຊິກພັກ, ພະນັກງານ-ລັດຖະກອນທີ່ມີຜົນງານພົ້ນເດັ່ນໃນການປະກອບສ່ວນຈັດຕັ້ງປະຕິບັດວຽກງານໃນແຕ່ລະປີ ຄືປີ 2015-2018 ຈຳນວນ 52 ເທື່ອຄົນ; ໃນນີ້ມີປະເພດ I ຈຳນວນ 34 ເທື່ອຄົນ, ປະເພດ II ຈຳນວນ 16 ເທື່ອຄົນ ແລະ ປະເພດ III ຈຳນວນ 2 ເທື່ອຄົນ. ປະຈຸບັນກົມກວດກາມີພະນັກງານທັງໝົດ 22 ຄົນ, ຍິງ 8 ຄົນ, ປະກອບມີ 5 ພະແນກຄື : ພະແນກສັງລວມ, ພະແນກກວດກາພັກ, ພະແນກກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ, ພະແນກຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ແລະ ພະແນກນິຕິກຳ.

    ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມກວດກາ ໄດ້ດຳເນີນການເລຶອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ຈຳນວນ 2 ສະຫາຍຄື : ສະຫາຍ ເຮີເຊັງ ເຢຍປໍເຮີ ເປັນເລຂາໜ່ວຍພັກ ແລະ ສະຫາຍ ສົມຫວາດ ໂພທິສັດ ເປັນຮອງເລຂາໜ່ວຍພັກ ເພື່ອສືບຕໍ່ຊີ້ນຳ-ນຳພາ, ເປັນໃຈກາງເຕົ້າໂຮມຄວາມສາມັກຄີເປັນເອກະພາບ ພາຍໃນໜ່ວຍພັກ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ.

    ໃນຕອນທ້າຍກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ເປັນກຽດຮັບຟັງຄຳເຫັນໂອ້ລົມຈາກສະຫາຍ ບັນດິດ ສາດສະດາຈານ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຄະນະໜ່ວຍພັກຊຸດເກົ່າຍາດມາໄດ້ ແລະ ສະແດງຄວາມເປັນຫ່ວງເປັນໃຍຕໍ່ຂໍ້ຄົງຄ້າງ ພ້ອມທັງມີທິດຊີ້ນຳໃນການແກ້ໄຂໃນຕໍ່ໜ້າ; ສະຫາຍໄດ້ຮຽກຮ້ອງມາຍັງສະມາ ຊິກພັກ-ພະນັກງານ ຈົ່ງພ້ອມກັນຕັ້ງໜ້າປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ສຳເລັດຕາມຄາດໝາຍ ແລະ ເຊື່ອໝັ້ນວ່າຄະນະໜ່ວຍພັກຊຸດໃໝ່ຈະນຳພາໜ່ວຍພັກຂອງຕົນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ຄັ້ງນີ້ສູ່ຜົນສຳເລັດໃໝ່ເປັນກ້າວໆ.