ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ອົງຄະນະພັກທະນາຄານແຫ່ງ ສປປ ລາວ ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2018
ຈຳນວນຜູ້ອ່ານ: 41
ອະນຸມັດວັນທີ: 01/08/2019

    ເພື່ອປະຕິບັດຕາມຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບດັ່ງກ່າວ.

    ໃນວັນທີ 30 ກໍລະກົດ 2019 ຢູ່ສະຖາບັນການທະນາຄານ, ຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 16 ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກຂອງຕົນ. ເປັນກຽດເຂົ້າຮ່ວມໃນພິທີມີ ສະຫາຍ ສອນໄຊ ສິດພະໄຊ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ ທຫລ, ມີຄະນະໜ່ວຍພັກ, ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງຄະນະພັກ ທຫລ ວ່າດ້ວຍການຮັບຮອງຜົນການກວດກາຕີລາຄາຄຸນນະພາບ ແລະ ແບ່ງປະເພດໜ່ວຍພັກ ປະຈຳປີ 2018 ສະບັບເລກທີ 223/ຄພ ທຫລ ແລະ ບົດລາຍງານການລົງຕິດຕາມກວດກາກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2018. ໃນບົດລາຍງານໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າ ແລະ ດ້ານທີ່ຕ້ອງໄດ້ປັບປຸງແກ້ໄຂ ເຊິ່ງໜ່ວຍພັກທີ່ໄດ້ຮັບການປະເມີນຜົນຕີລາຄາມີທັງໝົດ 48 ໜ່ວຍພັກ; ມີສະມາຊິກພັກໄດ້ຮັບການຕີລາຄາຈັດແບ່ງປະເພດທັງໝົດ 718 ສະຫາຍ, ຍິງ 312 ສະຫາຍ.

    ຜ່ານການສະຫຼຸບຕີລາຄາຄຸນນະພາບ ແລະ ແບ່ງປະເພດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມ 5 ເນື້ອໃນທີ່ກຳນົດໄວ້ໃນຄຳສັ່ງເລກທີ 01 ຂອງກົມການເມືອງສູນກາງພັກ ເຫັນວ່າສາມາດແບ່ງເປັນປະເພດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 16 ໜ່ວຍພັກ; ປະເພດໜ່ວຍພັກແຂງ ມີ 23 ໜ່ວຍພັກ; ປະເພດໜ່ວຍພັກກາງ ມີ 9 ໜ່ວຍພັກ; ສະມາຊິກພັກໄດ້ຮັບການຕີລາຄາຈັດແບ່ງປະເພດເປັນສະມາຊິກພັກແຂງ 615 ສະຫາຍ, ຍິງ 271 ສະຫາຍ, ກວມ 85,65%, ຂອງຈຳນວນສະມາຊິກພັກທັງໝົດ; ປະເພດກາງມີ 102 ສະຫາຍ, ຍິງ 41 ສະຫາຍ, ກວມ 14,20%, ມີສະມາຊິກພັກເສຍທາດ 1 ສະຫາຍ ແລະ ມີສະມາຊິກພັກບໍ່ໄດ້ຮັບການຕີລາຄາຈັດແບ່ງປະເພດ ຈຳນວນ 132 ສະຫາຍ ເນື່ອງຈາກເປັນສະມາຊິກພັກສຳຮອງໃໝ່, ຍົກຍ້າຍມາຈາກພາກສ່ວນອື່ນ ແລະ ເປັນພະນັກງານບຳນານ.

    ພາຍຫຼັງຜ່ານບົດສະຫລຸບຕີລາຄາຜົນການຈັດຕັ້ງປະຕິບັດແລ້ວ ກໍ່ໄດ້ມີພິທີມອບໃບຢັ້ງຢືນ ໂດຍເປັນກຽດມອບຂອງສະຫາຍ ສອນໄຊ ສິດພາໄຊ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ ທຫລ ແລະ ມີຜູ້ຕາງໜ້າ 16 ໜ່ວຍພັກຂຶ້ນຮັບ; ໃນຕອນທ້າຍຂອງພິທີ ສະຫາຍ ສອນໄຊ ສິດພະໄຊ ໄດ້ມີຄຳເຫັນໂອ້ລົມຍ້ອງຍໍຊົມເຊີຍຕໍ່ຜົນງານດັ່ງກ່າວ ແລະ ຮຽກຮ້ອງໃຫ້ບັນດາໜ່ວຍພັກທີ່ໄດ້ຮັບນາມມະຍົດຄັ້ງນີ້ ຈົ່ງສືບຕໍ່ຮັກສາມູນເຊື້ອໃນປີຕໍ່ໄປ ແລະ ບັນດາໜ່ວຍພັກທີ່ບໍ່ທັນໄດ້ຖືກຮັບຮອງ ຕ້ອງເປັນເຈົ້າການຄົ້ນຄວ້າປັບປຸງດ້ານອ່ອນ-ຂໍ້ຄົງຄ້າງໃຫ້ຫຼຸດໜ້ອຍລົງ ຈົນກ້າວໄປເຖິງສາມາດຖືກຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕໍ່ໄປ.

    ໃນພິທີດັ່ງກ່າວ ຍັງໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X ແລະ ຟັງ​ປາ​ຖະ​ກະ​ຖາ​ລະ​ນຶກວັນ​ເກິດ​ປະ​ທານ ສຸ​ພາ​ນຸ​ວົງ ຄົບ​ຮອບ 110 ປີ.

ໂດຍ: ສໍ​ສົດ​ໃສ