ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
9 ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ສຳເລັດການດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ.
ຈຳນວນຜູ້ອ່ານ: 60
ອະນຸມັດວັນທີ: 31/07/2019

ໂດຍ: ພິດສະໄໝ

    ໃນເດືອນກໍລະກົດ ແລະ ເດືອນ​ສິງ​ຫາ 2019 ຫຼາຍໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນຂຶ້ນ ຊຶ່ງລວມມີ 9 ໜ່ວຍພັກຄື: 1. ໜ່ວຍພັກສະຖາບັນສົ່ງເສີມ ພະລັງງານທົດແທນ, 2. ໜ່ວຍພັກກົມຄຸ້ມຄອງພະລັງງານ, 3. ໜ່ວຍພັກສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, 4. ໜ່ວຍພັກກົມທໍລະນີສາດ ແລະ ແຮ່ທາດ, 5. ໜ່ວຍພັກກົມກວດກາ, 6. ໜ່ວຍພັກກົມ ຄຸ້ມຄອງບໍ່ແຮ່, 7. ໜ່ວຍ​ພັກ​ກົມ​ທຸ​ລະ​ກິດ​ພະ​ລັງ​ງານ, 8. ໜ່ວຍ​ພັກ​ກົມ​ນິ​ຕິ​ກຳ​. 9. ໜ່ວຍ​ພັກ​ກົມ​ຈັດ​ຕັ້ງ ແລະ ພະ​ນັກ​ງານ; ເປັນກຽດເຂົ້າຮ່ວມກອງປະຊຸມດັ່ງກ່າວມີສະຫາຍ ປອ ຄຳມະນີ ອິນທິລາດ ເລຂາຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາສະຫາຍເລຂາໜ່ວຍພັກອ້ອມຂ້າງ, ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

 

    ໃນພິທີດັ່ງກ່າວ ເລຂາໜ່ວຍພັກແຕ່ລະໜ່ວຍໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງໃນສະໄໝ ຜ່ານມາ ເຊິ່ງຄະນະໜ່ວຍພັກ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກພັກ-ພະນັກງານໃນຄວາມຮັບຜິດຊອບ ຂອງໜ່ວຍພັກ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ່ຜ່ານມາຂອງໜ່ວຍພັກຕົນ. ຜ່ານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ໂດຍສະ ເພາະຄະນະໜ່ວຍພັກໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ນຳພາວຽກງານວິຊາສະເພາະ ແລະ ວຽກງານປິ່ນອ້ອມທີ່ໜ່ວຍພັກມີໜ້າທີ່ເປັນເສນາທິການໃຫ້ຄະນະພັກກະຊວງ.

    ໃນວາລະກອງປະຊຸມຂອງ 9 ໜ່ວຍພັກໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເພື່ອເປັນຫຼັກແຫຼ່ງແກ່ນສານໃນການຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດເປັນຈິງ. ຜົນການປ່ອນບັດເລືອກຕັ້ງໄດ້ຄະນະໜ່ວຍພັກຊຸດໃໝ່ ດັ່ງນີ້: 1. ໜ່ວຍພັກສະຖາບັນສົ່ງເສີມ ພະລັງງານທົດແທນ ມີສະຫາຍ ຈັນໂທ ມີລັດຕະນະແພງ ເປັນເລຂາໜ່ວຍພັກ, ສະຫາຍ ປອ ເສີມຄຳ ທຸມມະວົງສາ ເປັນຮອງເລຂາ ແລະ ສະຫາຍ ຄຳໝັ້ນ ສໍປະເສີດ ເປັນປະທານກວດກາ; 2. ໜ່ວຍພັກກົມຄຸ້ມຄອງພະລັງງານ ມີສະຫາຍ ບົວເທບ ມາໄລຄຳ ເປັນເລຂາໜ່ວຍພັກ, ສະຫາຍ ຫຸມພັນ ວົງພະຈັນ ເປັນຮອງເລຂາ ແລະ ສະຫາຍ ວຽງໄຊ ຈັນທາ ເປັນປະທານກວດກາ; 3. ໜ່ວຍພັກສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ມີສະຫາຍ ສີມອນ ພິຈິດ ເປັນເລຂາໜ່ວຍພັກ, ສະຫາຍ ພູວຽງ ແກ້ວບຸບຜາ ເປັນຮອງເລຂາ ແລະ ສະຫາຍ ອະນຸສັກ ເປັນປະທານກວດກາ; 4. ໜ່ວຍພັກກົມທໍລະນີສາດ ແລະ ແຮ່ທາດ ມີສະຫາຍ ແກ້ວ ຄຳຜາວົງ ເປັນເລຂາໜ່ວຍພັກ, ສະຫາຍ ຈັນທະລາ ແກ້ວຫາວົງ ເປັນຮອງເລຂາ ແລະ ສະຫາຍ ລາວຈູ່ ໂຊຕູ້ກີ້ ເປັນປະທານກວດກາ; 5. ໜ່ວຍພັກກົມກວດກາ ມີສະຫາຍ ຄຳຫຼ້າ ວິຈິດວົງສາ ເປັນເລຂາໜ່ວຍພັກ, ສະຫາຍ ຈັນທະເລດ ວໍລະບຸດ ເປັນຮອງເລຂາ ແລະ ສະຫາຍ ວົງທອງ ທີມະຫາໄຊ ເປັນປະທານກວດກາ; 6. ໜ່ວຍພັກກົມ ຄຸ້ມຄອງບໍ່ແຮ່ ມີສະຫາຍ ສຸຂັນສັກ ສີສຸກ ເປັນເລຂາໜ່ວຍພັກ, ສະຫາຍ ບຸນຍົງ ສີດາວົງ ເປັນຮອງເລຂາ ແລະ ສະຫາຍ ກົງຄຳ ເປັນປະທານກວດກາ; 7. ໜ່ວຍ​ພັກ​ກົມ​ທຸ​ລະ​ກິດ​ພະ​ລັງ​ງານ ມີ​ສະ​ຫາຍ ສົມ​ພິດ ແກ້ວ​ພິ​ຈິດ ເປັນ​ເລ​ຂາ​ໜ່ວຍ​ພັກ, ສະ​ຫາຍ ປອ ອາ​ຄົມ​ເດດ ວົງ​ໄຊ ເປັນ​ຮອງ​ເລ​ຂາ ແລະ ສະ​ຫາຍ ບຸນ​ທຽມ ໄຊ​ສົງ​ຄາມ ເປັນ​ປະ​ທານກວດ​ກາ; 8. ໜ່ວຍ​ພັກ​ກົມ​ນິ​ຕິ​ກຳ ມີສະ​ຫາຍ​ ຄຳ​ໂສ້ ກຸ​ໂພ​ຄຳ ເປັນ​​ເລ​ຂາໜ່ວຍ​ພັກ, ສະ​ຫາຍ ນາງ​ແສງ​ເດືອນ ວົງ​ອິນ ເປັນ​ຮອງ​ເລ​ຂາ; 9. ​ໜ່ວຍ​ພັກ​ກົມ​ຈັດ​ຕັ້ງ ແລະ ພະ​ນັກ​ງານ ມີສະ​ຫາຍ ທອງ​ຂັນ ພິມ​ວິ​ໄລ ເປັນ​ເລ​ຂາ​ໜ່ວຍ​ພັກ, ສະ​ຫາຍ​ມ້ອນ ເພັດ​ພູ​ໄທ ເປັນ​ຮອງ​ເລ​ຂາ ແລະ ສະ​ຫາຍ ນາງ​ສຸກ​ສອນ ຈຳ​ປາ​ສຸກ ເປັນ​ປະ​ທານກວດ​ກາ. ພ້ອມ​ນີ້​ຜູ້​ແທນກອງ​ປະ​ຊຸມ​ຍັງ​ໄດ້​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຜູ້​ແທນ​ສົມ​ບູນ ແລະ ສຳ​ຮອງຂອງ​ໜ່ວຍ​ພັກ​​ຕົນໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກກະ​ຊວງ​​ພະ​ລັງ​ງານ ແລະ ບໍ່​ແຮ່​ ຄັ້ງ​ທີ III ທີ່​ຈະ​ມາ​ເຖິງ.

    ເພື່ອເຮັດໃຫ້ກອງປະຊຸມມີຄວາມໝາຍ ແລະ ເນື້ອໃນເລິກເຊິ່ງ, ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງສະຫາຍ ປອ ຄຳມະນີ ອິນທິລາດ ເລ​ຂາ​ຄະ​ນະ​ພັກ​ກະ​ຊວງໄດ້ຍ້ອງຍໍຊົມເຊີຍການນຳພາຂອງຄະນະໜ່ວຍພັກ ແລະ ໃຫ້ທິດຊີ້ນຳໃນຕໍ່ໜ້າ ພ້ອມກັບເນັ້ນໜັກບາງຈຸດສຳຄັນ ທີ່ຄະນະໜ່ວຍພັກ, ສະມາຊິກພັກທຸກສະຫາຍ ຕ້ອງໄດ້ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ, ເປັນເຈົ້າການໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ ພ້ອມກັນສ້າງໜ່ວຍພັກຂອງຕົນໃຫ້ກາຍເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ເຮັດສຳເລັດໜ້າທີ່ການເມືອງເປັນເສນາທິການໃຫ້ຄະນະພັກກະຊວງຕາມການມອບໝາຍ.