ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ວຽກງານກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ
ຈຳນວນຜູ້ອ່ານ: 56
ອະນຸມັດວັນທີ: 05/03/2018

   “ການສ້າງພັກແມ່ນແນໃສ່ເຮັດໃຫ້ພັກໜັກແໜ້ນ, ເຂັ້ມແຂງ, ແມ່ນຫຍັງເປັນປັດໃຈຕັດສິນກວ່າໝູ່ໃນບັນຫານີ້, ຕາມທັດສະນະຂອງຂ້າພະເຈົ້າແມ່ນມີ 2 ອັນຄື:

   (1): ຄວາມສະໝັກຄີເປັນເອກະພາບທາງດ້ານແນວຄິດ, ມານະຈິດການຈັດຕັ້ງ ແລະ ການກະທໍາຕົວຈິງ ບົນພື້ນຖານຫລັກການລວມສູນປະຊາທິປະໄຕ ແລະ ແນວທາງນະໂຍບາຍຂອງພັກ. ພິເສດແມ່ນຄວາມສາມັກຄີເປັນເອກະພາບໃນອົງການນຳຂອງພັກເປັນຕົ້ນແມ່ນກົມການເມືອງ. ສະນັ້ນບໍ່ວ່າຜູ້ໃດ, ນັບແຕ່ປະທານພັກຈົນເຖິງສະມາຊິກພັກທຳມະດາກໍ່ຕ້ອງຮັກສາຄວາມສາມັກຄີເປັນເອກະພາບຂອງພັກເຄົາລົບຫຼັກການລວມສູນປະຊາທິປະໄຕ, ເຊີດຊູຈິດໃຈຕຳນິຊ່ວຍເຫຼືອກໍ່ສ້າງກັນເພື່ອຄວາມສາມັກຄີແໜ້ນແຟ້ນກວ່າເກົ່າ.

      ພວກເຮົາເຫັນແຈ້ງບົດຮຽນເຈັບແສບຈາກການສູນເສຍອໍານາດ, ຈາກການລົ້ນລະລາຍຂອງພັກກອມມູນິດຢູ່ໂຊວຽດ ແລະ ປະເທດອື່ນໆ. ສະນັ້ນ, ພວກເຮົາຕ້ອງເດັດດ່ຽວປົກປັກຮັກສາ ແລະ ເສີມສ້າງຄວາມສາມັກຄີເປັນເອກະພາບຢ່າງບໍ່ຢຸດຢັ້ງ, ຢຶດໝັ້ນໃນຫຼັກການນຳພາເປັນໝູ່ຄະນະບົນຫຼັກການລວມສູນປະຊາທິປະໄຕ; ຕ້ານລັດທິເອກະຊົນ, ຕ້ານລັດທິສວຍໂອກາດທີ່ເປັນພະຍາດຕົວຮ້ານກາດທີ່ທຳລາຍສຸຂະພາບ, ການຍືນຍົງຄົງຕົວ ແລະ ການຂະຫຍາຍຕົວຂອງພັກປະຕິວັດ.

     (2):ຄວາມສະໜິດຕິດພັນແບບເລືອດກັບເນື້ອ, ແບບການອິນຊີ ລະຫວ່າງພັກກັບປະຊາຊົນ ມະຫາຊົນເປັນບໍ່ເກີດ, ເປັນບ່ອນອີງ, ເປັນກຳລັງແຮງຂອງພັກເຮົາການປະຕິວັດແມ່ນພາລະກິດຂອງມະຫາຊົນ. ພັກເຮົາແມ່ນພັກທີ່ເກີດຂື້ນ, ເຕີບໃຫ່ຍໃນຂະບວນການຕໍ່ສູ້ຂອງປະຊາຊົນ,ຈາກປະຊາຊົນ ແລະ ເພື່ອປະຊາຊົນ, ເດີນຕາມແນວທາງມະຫາຊົນ; ພັກບໍ່ມີຈຸດປະສົງອື່ນນອກຈາກການນຳເອົາຜົນປະໂຫຍດສູ່ປະຊາຊົນ. ສະນັ້ນ, ຈະເຫີນຫ່າງຈາກປະຊາຊົນບໍ່ໄດ້ເປັນອັນຂາດ, ພວກເຮົາຕ້ອງເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ໃກ້ຊິດກັບມະຫາຊົນ, ສຶກສາອົບຮົມ, ປຸກລຸກຂົນຂວາຍມະຫາຊົນ. ນຳພາຊ່ວຍເຫຼືອ ແລະ ນຳເອົາຜົນປະໂຫຍດຕົວຈີີງມາໃຫ້ແກ່ປະຊາຊົນ. ມີແຕ່ເຮັດແນວນັ້ນພັກເຮົາຈື່ງຈະເຊີດຊູໄດ້ບົດບາດການນຳພາ, ອິດທິຜົນຂອງພັກຈື່ງເພີ່ມຂື້ນ, ມະຫາຊົນຈື່ງເຊື່ອໝັ້ນ ແລະ ເດີນຕາມພັກ ”.

( ຄັດຈາກບົດໂອ້ລົມຂອງ ປະທານ ໄກສອນ ພົມວິຫານ ຕໍ່ກອງປະຊຸມຈັດຕັ້ງທົ່ວປະເທດຄັ້ງທີ 7 ປີ 1991)