ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ວຽກງານກໍ່ສ້າງຮາກຖານການເມືອງ
ຈຳນວນຜູ້ອ່ານ: 76
ອະນຸມັດວັນທີ: 13/09/2018

        ຢາກທັບມ້າງກົດອຸບາຍຂອງສັດຕູ, ພວກເຮົາກໍ່ຕ້ອງເຮັດຢ່າງຮອບດ້ານ. ຄືດັ່ງກອງປະຊຸມໄດ້ປຶກສາຫາລືມາແລ້ວ, ພວກເຮົາຕ້ອງກຳແໜ້ນ ແລະ ຊາບຊຶມທິດນຳສົົມທົບສາມດ້ານ: ການເມືອງເປັນພື້ນຖານ, ການທະຫານເປັນກຳລັງໜູນໜີບ, ເສດຖະກິດເປັນໄມ້ງັດ. ຕົວຈິງໄດ້ພິສູດວ່າ: ທິດນຳສົມທົບ 3 ດ້ານນັ້ນ, ອັນທີ່ເປັນພື້ນຖານກວ່າໝູ່, ອັນທີ່ກວມລວມກວ່າໝູ່ແມ່ນບັນຫາການເມືອງ. ຈະເປັນການທະຫານ ຫລື ເສດຖະກິດກໍ່ຕາມລ້ວນແຕ່ຕ້ອງເລີ່ມຈາກການເມືອງ ແລະ ຕ້ອງຮັບໃຊ້ການເມືອງ. ການແກ້ໄຂບັນຫາການເມືອງນັ້ນ ກ່ອນອື່ນໝົດຕ້ອງຍຶດໝັ້ນໃນຫລັກການຂອງຊົນຊັ້ນ, ຕ້ອງກຳແໜ້ນນະໂຍບາຍຊົນຊາດຕ້ອງປຸກລຸກມະຫາຊົນບືນຕົວຂື້ນເປັນເຈົ້າດິນດອນຕອນຫຍ້າຂອງຕົນທີ່ໄດ້ຮັບການປົດປ່ອຍແລ້ວນັ້ນ. ມີການເມືອງກໍ່ຕ້ອງມີທະຫານເປັນກຳລັງໜູນໜີບພ້ອມທັງເສດຖະກິດເປັນໄມ້ງັດ ໂດຍສະເພາະຢູ່ໃນເຂດຊົນເຜົ່າ. ມີແຕ່ການເມືອງຊື່ງບໍ່ທັນພຽງພໍ, ຍັງຕ້ອງມີເສດຖະກິດ  -  ຕ້ອງມີໄມ້ງັດທີ່ແຂງແຮງ. ເຮັດແນວນັ້ນຈື່ງປົວແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ດີຂື້ນໄດ້, ຈື່ງປະຕິບັດຄວາມຮຽກຮ້ອງຕ້ອງການທີ່ວ່າ: ປົດປ່ອຍຮອດບ່ອນໃດປະຊາຊົນເປັນເຈົ້າຮອດບ່ອນນັ້ນ.

( ຄັດຈາກບົດໂອ້ລົມຂອງ ປະທານ ໄກສອນ ພົມວິຫານ ຕໍ່ກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນວຽກງານສູ້ຮົບຢູ່ລາວ ວັນທີ 21 ກັນຍາ 1965 )