ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ການບຳລຸງສ້າງພະນັກງານເປັນວຽກງານຕົ້ນຕໍໃນສະເພາະໜ້າ ແລະ ຍາວນານ.
ຈຳນວນຜູ້ອ່ານ: 27
ອະນຸມັດວັນທີ: 18/12/2018

        ວຽກງານບຳລຸງສ້າງພະນັກງານ, ກຳມະກອນເປັນວຽກງານຕົ້ນຕໍໃນສະເພາະໜ້າ ແລະ ຍາວນານ, ເປັນເປົ້າໝາຍສຳຄັນທີ່ສຸດອັນໜຶ່ງທີ່ຈະຕ້ອງສຸມໃສ່ເຮັດໃຫ້ໄດ້. ຕາມຈິດໃຈດັ່ງກ່າວນັ້ນ, ທຸກຂັ້ນທຸກຂະແໜງ ການ ແລະ ບັນດາສະຫາຍນຳພາຕົ້ນຕໍຢູ່ໃນທ້ອງຖິ່ນແລະສູນກາງຖືບັນຫານີ້ເປັນວຽກງານອັນດັບໜື່ງຂອງຕົນ ແລະ ຕ້ອງມີແຜນການ, ແຜນກຳນົດຢ່າງຈະແຈ້ງ ເພື່ອປະຕິບັດໃຫ້ໄດ້ດີ. ກ່ຽວກັບວຽກງານບຳລຸງສ້າງພະນັກງານ ແລະ ກຳມະກອນນີ້ທຸກຂະແໜງການ, ທຸກຂັ້ນຕ້ອງຖືວຽກງານບຳລຸງສ້າງພະນັກງານຂັ້ນຮາກຖານ ( ຕາແສງ, ສະຫະກອນ, ໂຮງງານ, ກົມກອງທະຫານ ) ເປັນສຳຄັນກວ່າໝູ່, ອອກແຮງກໍ່ສ້າງບັນດາການຈັດຕັ້ງອົງການປົກຄອງ, ການຈັດຕັ້ງມະຫາຊົນ, ອົງການວິຊາສະເພາະຕາມຈິດໃຈມະຕິຄັ້ງທີ 5 ຂອງສູນກາງພັກ, ຂໍ້ກຳນົດລະອຽດຂອງສະພາລັດຖະມົນຕີ ແລະ ຂໍ້ກຳນົດຕ່າງໆຂອງຂະແໜງການວິຊາສະເພາະທາງສາຍຕັ້ງ. ມີວຽກແລ້ວຈື່ງຈະຈັດວາງຄົນເຂົ້າໃສ່, ບໍ່ແມ່ນຈັດຕັ້ງຄົນແລ້ວຈື່ງຊອກວຽກມາໃຫ້ເຮັດ. ມີການຈັດຕັ້ງຖືກຕ້ອງ ຈື່ງຈະເສີມຂະຫຍາຍຄວາມສາມາດ ແລະ ບຳລຸງພະນັກງານໄດ້ເປັນຢ່າງດີ; ເມື່ອມີຫຼາຍຄົນເຮັດວຽກງານໄດ້ດີ ການຈັດຕັ້ງຈື່ງເສີມຂະຫຍາຍຜົນສັກສິດຂອງມັນໄດ້.

( ຄັດຈາກບົດຂຽນຂອງ ປະທານ ໄກສອນ ພົມວິຫານ ທີ່ມີຊື່ວ່າ: ຕັດສິນໃຈສໍາເລັດແຜນການປີ 1979 ກຽມໃຫ້ແກ່ບາດກ້າວຂະຫຍາຍຕົວໃໝ່ ຂຽນໃນປີ 1979 )