ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກ່ຽວກັບການດັດແປງວິທີເຮັດວຽກ.
ຈຳນວນຜູ້ອ່ານ: 27
ອະນຸມັດວັນທີ: 14/11/2018

     ວິທີເຮັດວຽກທີ່ວິທະຍາສາດຂອງອົງການນຳ ແລະ ຜູ້ຮັບຜິດຊອບເປັນບັນຫາໃຫຍ່ບັນຫາໜຶ່ງທີ່ມີຄວາມສຳຄັນຕັດສິນເຖິງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານ, ເຖິງຄວາມສາມັກຄີເປັນເອກະພາບພາຍໃນ ແລະ ເຊີດຊູລະດັບຂອງຖັນແຖວພະນັກງານ, ສະມາຊິກພັກໃຫ້ສູງຂື້ນ.

     ວິທີເຮັດວຽກໃຫ້ຖືກຕ້ອງແມ່ນຕ້ອງເອົານໍ້າໃຈຟົດຟື້ນປະຕິວັດຕິດພັນກັບການກະທຳທີ່ມີການຈັດຕັ້ງ, ມີລະບຽບວິໄນຢູ່ສະເໝີ, ແມ່ນເຮັດຖືກກັບແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ. ຈະແມ່ນເຮັດວຽກອັນໃດກໍ່ຕາມກໍ່ຕ້ອງມີການຄົ້ນຄວ້າ, ຄິດໄລ່ຢ່າງຮອບດ້ານເຮັດແນວໃດມັນຈື່ງບັນລຸຄຸນນະພາບສູງ, ທັງປະຍັດແຮງຄົນແຮງຊັບ ແລະ ລວມທັງປະຍັດເວລາໄດ້ຫຼາຍ.

     ໃນສະເພາະໜ້ານີ້, ພວກເຮົາຕ້ອງເດັດດ່ຽວເຮັດໃຫ້ການດຳເນີນຊີວິດພາຍໃນເຂົ້າລະບຽບແບບແຜນ. ຕ້ອງດັດແປງເນື້ອໃນຂອງການດຳເນີນຊີວິດ, ຍົກສູງຄຸນນະພາບ ເຮັດແນວໃດໃຫ້ການດຳເນີນຊີວິດໃນແຕ່ລະເທື່ອລ້ວນແຕ່ສາມາດຮັບປະກັນອອກມະຕິຕົກລົງທີ່ຖືກຕ້ອງ. ຢາກເຮັດໄດ້ ແນວນັ້ນ, ກ່ອນຈະອອກມະຕີຕົກລົງກ່ຽວກັບບັນຫາໃດໜື່ງແມ່ນຕ້ອງມີການສືບສວນຄົ້ນຄວ້າ, ກຳຂ່າວຄາວສະພາບການຕົວຈີງໃຫ້ພຽງພໍ, ສ້າງແຜນຮ່າງ ແລະ ເລືອກເຟັ້ນເອົາແຜນຮ່າງດີກວ່າໜູ່. ແຕ່ວ່າການອອກມະຕິຕົກລົງແລ້ວໆບັນຫາກໍ່ເປັນພຽງການວາງພື້ນຖານໃຫ້ແກ່ທິດທາງກະທຳ, ບັນຫາສຳຄັນແມ່ນຕ້ອງຈັດຕັ້ງປະຕິດບັດ, ເຮັດໃຫ້ແຜນນະໂຍບາຍ, ມະຕິຕົກລົງປະກົດຜົນເປັນຈີງ. ຕ້ອງມີການແບ່ງງານຢ່າງຈະແຈ້ງວ່າອົງການໃດຮັບຜິດຊອບປະຕິບັດ, ຜູ້ໃດຮັບຜິດຊອບການກວດກາ ແລະ ວາງກຳນົດເວລາເຮັດສຳເລັດໃຫ້ຈະແຈ້ງ.

     ຕ້ອງຕ້ານແບບແຜນວິທີການເຮັດວຽກແບບຕໍາອັນໃດເຮັດອັນນັ້ນ, ຕ້ອງຕ້ານແບບແຜນອູ້ມວຽກງານອ້າຍດຽວ. ບໍ່ມີການແບ່ງງານຢ່າງຈະແຈ້ງ. ຕ້ອງຫຼີກເວັ້ນທີ່ສຸດປະກົດການເຮັດໃຫ້ຄະນະປະຈຳ ຫຼື ເລຂາຄະນະພັກກາຍເປັນຂັ້ນເທິງຂອງຄະນະພັກ, ຫຼີກເວັ້ນການເຮັດວຽກແບບເອກະຊົນ, ລວບສິດ, ເຈົ້າໂຄດ, ຜະເດັດການອ້າຍດຽວ, ແຕ່ກໍ່ຕ້ອງຫຼີກເວັ້ນການເອື່ອຍອີງໃສ່ແຕ່ໝູ່ຄະນະ, ຢ້ານຄວາມຮັບຜິດຊອບ ແລະ ບໍ່ກ້າຕັດສິນວຽກງານໃນຂອບເຂດຮັບຜິດຊອບຂອງຕົນ.

( ຄັດຈາກປື້ມລາຍງານການເມືອງລະອຽດຂອງຄະນະບໍລິຫານງານສູນກາງພັກຕໍ່ກອງປະຊຸມໃຫ່ຍຄັ້ງທີ III ຂອງພັກ, ປີ1982ໜ້າ278-279 )