ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ການຍົກສູງລັກສະນະການນຳໜ້າ, ເປັນແບບຢ່າງ ແລະ ຄຸນສົມບັດຂອງສະມາຊິກພັກຢ່າງບໍ່ຢຸດຢັ້ງ
ຈຳນວນຜູ້ອ່ານ: 44
ອະນຸມັດວັນທີ: 14/11/2018

     " ພັກຮຽກຮ້ອງມາຍັງພະນັກງານ ແລະ ສະມາຊິກພັກທຸກຄົນ ບໍ່ວ່າຢູ່ໃນຖານະໃດກໍໃຫ້ຍົກສູງບົດບາດເປັນແບບຢ່າງນຳໜ້າໃນການປະຕິບັດແນວທາງ, ແຜນນະໂຍບາຍຂອງພັກແລະ ຂໍ້ກຳນົດກົດໝາຍຂອງລັດ, ຕໍ່ສູ້ຕ້ານລັດທິເອກະຊົນ ແລະ ພະຍາດອາດຍາສິດຫ່າງເຫີນມະຫາຊົນ ເຊີ່ງເປັນໄພອັນຕະລາຍທີ່ຮ້າຍແຮງສຳລັບພັກກຳອຳນາດ. ເພື່ອຜົນປະໂຫຍດຂອງຊາດ, ເພື່ອຜົນປະໂຫຍດຂອງແຕ່ລະຄົນ, ພັກຮຽກຮ້ອງມາຍັງພີ່ນ້ອງຮ່ວມຊາດທຸກເຜົ່າ ຈົ່ງຕັ້ງໜ້າປະກອບສ່ວນຮ່ວມກັບພັກໃນການຕໍ່ສູ້ຕ້ານກັບຄວາມຊົ່ວຮ້າຍດັ່ງກ່າວ, ປັດເຂ່ຍພາກສ່ວນທີ່ເສຍທາດຂາດຄຸນອອກຈາກພັກ, ເຮັດໃຫ້ພັກເຮົາປອດໃສ ແລະ ເຂັ້ມແຂງຢ່າງແທ້ຈີງ, ເຮັດໃຫ້ອຳນາດການປົກຄອງເຮົາເປັນຕົວແທນໃຫ້ແກ່ສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນເຜົ່າຕ່າງໆຢ່າງແທ້ຈີງ.

     ຢາກຮັກສາລັກສະນະນຳໜ້າເປັນແບບຢ່າງຂອງການຈັດຕັ້ງພັກ ແລະ ສະມາຊິກພັກໄດ້ ກໍຕ້ອງມີວິທີໃໝ່ໃນການເປີດກວ້າງຂະຫຍາຍພັກ ແລະ ມີທັດສະນະໃໝ່ໃນການຕີລາຄາພະນັກງານ - ສະມາຊິກພັກ. ກ່ອນອື່ນໝົດ, ຕ້ອງປະລະຄວາມຊີນເຄີຍແບບເກົ່າທີ່ເລືອກເອົາຜູ້ດີຊື່ໆແຕ່ບໍ່ຮູ້ເຮັດຫຍັງເຂົ້າມາເປັນສະມາຊິກພັກ, ສີ່ງສຳຄັນແມ່ນຕ້ອງຊອກໃຫ້ເຫັນ ແລະ ຕ້ອງເລືອກເອົາບຸກຄົນດີເດັ່ນເປັນແບບຢ່າງນຳໜ້າຈາກຂະບວນການຂອງມະຫາຊົນ, ຈາກຖັນແຖວກຳມະກອນ, ຊາວໄຮ່ນາ, ນັກຮຽນຮູ້ - ປັນຍາຊົນປະຕີວັດ. ຈາກກໍາລັງປະກອບອາວຸດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ...

       ເພື່ອຮັບເຂົ້າເປັນສະມາຊິກພັກ, ບໍ່ຄວນເບີ່ງໜັກແຕ່ຕົ້ນກໍາເນີດທາງຊົນຊັ້ນ. ສໍາລັບການຕີລາຄາພະນັກງານ - ສະມາຊິກພັກນັ້ນກໍ່ຕ້ອງຖືເອົາຄຸນສົມບັດ, ຄວາມສາມາດ ແລະ ຜົນງານຕົວຈີງໃນການປະຕິບັດໜ້າທີ່ການເມືອງຂອງເຂົາເຈົ້າເປັນໄມ້ຫຼາວັດແທກ ”.

( ຄັດຈາກ: ໄກສອນ ພົມວິຫານ ນິພົນເລືອກເຟັ້ນ 3 ໜ້າ 360-361 )