ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ: (17-21 /03/2011)
ດາວໂຫຼດເອກະສານ
ຈຳນວນຜູ້ອ່ານ: 819
ອະນຸມັດວັນທີ: 22/02/2018

ກອງປະຊຸມໄດ້ດຳເນີນ ໃນວັນທີ 17-21/03/2011 ທີ່ນະຄອນຫລວງວຽງຈັນ, ມີຜູ້ແທນສົມບູນເຂົ້າຮ່ວມ 576 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ ສະມາຊິກພັກ ທັງຫມົດ 191.780 ສະຫາຍ ໃນທົ່ວປະເທດ ແລະ ແຂກຖືກ ເຊີນເຂົ້າຮ່ວມ. 
ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄຫມທີ IX ລວມທັງຫມົດ 61 ສະຫາຍ ເພື່ອເປັນແກ່ນສານນຳພາທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ໃຫ້ມີຜົນສຳເລັດໃຫມ່, ສ້າງບາດກ້າວບຸກທະລຸ ໃນການພັດທະນາ ໃຫ້ເປັນຈິງ ແລະ ພາປະເທດຊາດກ້າວຂຶ້ນຢ່າງຫນັກແຫນ້ນຕໍ່ໄປ. 

ກອງປະຊຸມຄົບຄະນະຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານສູນກາງ ພັກສະໄຫມທີ IX ໄດ້ເປັນເອກະສັນຢ່າງສົມບູນເລືອກຕັ້ງ ສະຫາຍ ຈູມມາລີ ໄຊຍະສອນ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອີກສະໄຫມ ຫນຶ່ງ; ເລືອກຕັ້ງກຳມະການ ກົມການ ເມືອງປະ ກອບດ້ວຍ 11 ສະຫາຍ, ເລືອກຕັ້ງ ຄະນະເລຂາທິການສູນກາງພັກ ປະກອບດ້ວຍ 9 ສະຫາຍ, ເລືອກຕັ້ງສະຫາຍ ບຸນຍັງ ວໍລະຈິດ ເປັນຜູ້ປະຈຳການຄະນະເລຂາທິການ ສູນກາງພັກ; ພ້ອມກັນນັ້ນ ກໍໄດ້ເລືອກຕັ້ງປະທານ, ຮອງປະທານຄະນະກວດກາສູນກາງພັກ. 
       ກອງປະຊຸມໄດ້ຈັດຂຶ້ນ ພາຍໃຕ້ຄຳຂວັນ ”ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ທົ່ວປວງຊົນລາວ ແລະ ຄວາມເປັນເອກະພາບພາຍໃນພັກ, ເຊີດຊູບົດບາດ ແລະ ຄວາມສາມາດນຳພາຂອງພັກ, ສ້າງບາດກ້າວບຸກທະລຸ ໃນການ ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່, ສ້າງພື້ນຖານອັນ ໜັກແໜ້ນໃຫ້ການນຳເອົາ ປະເທດເຮົາຫລຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020 ແລະ ສືບຕໍ່ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ”

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IX ຂອງພັກປະຊາຊົນປະຕິວັດລາວ

ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຕົກລົງບັນຫາສຳຄັນຂອງພັກ ແລະ ຂອງຊາດພາຍໃຕ້ບັນຍາກາດເອົາການເອົາງານ,  ສ້າງສັນ, ທັງມີຄວາມສາມັກຄີ ເປັນເອກະພາບສູງຊຶ່ງ ສະແດງອອກດັ່ງນີ້:

I. ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ VIII ຕໍ່ກອງປະຊຸມໃຫຍ່ຄັ້ງທີ IX ສະເຫນີໂດຍສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ. ກອງປະຊຸມໃຫຍ່ ໄດ້ສະແດງຄວາມເຫັນດີເຫັນພ້ອມນຳການສະຫລຸບຕີລາຄາ ຜົນການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ VIII ເປັນຕົ້ນ ແມ່ນບັນດາຜົນງານອັນພົ້ນເດັ່ນ ທີ່ຍາດມາໄດ້ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມ, ການປັບປຸງ ບູລະນະ ລະບົບອຳນາດແຫ່ງລັດ, ວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ, ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ, ວຽກງານກໍ່ ສ້າງພັກພະນັກງານ. ບັນດາຜົນສຳເລັດທີ່ບັນລຸໄດ້ໃນ ປີທີ່ຜ່ານມາ ໄດ້ສ້າງພື້ນຖານ ແລະ ທ່ວງທ່າໃຫມ່ ໃຫ້ແກ່ການສືບຕໍ່ ຂະຫຍາຍຕົວຂອງ ປະເທດຊາດພວກເຮົາໄປຕາມທິດທາງແລະຈຸດຫມາຍທີ່ວາງໄວ້. 
        ກອງປະຊຸມໃຫຍ່ ໄດ້ປະກອບຄວາມເຫັນຢ່າງກົງໄປກົງມາກ່ຽວກັບຂໍ້ຄົງຄ້າງໃນການນຳພາຊີ້ນຳຂອງພັກ ເຊິ່ງໄດ້ເປັນສາເຫດພາໃຫ້ການຈັດຕັ້ງ ປະຕິບັດຫນ້າທີ່ວຽກງານ ຈຸດສຸມ ໃນບາງດ້ານບໍ່ບັນລຸຜົນສຳເລັດຕາມຄາດ ຫມາຍທີ່ ວາງໄວ້, ເປັນຕົ້ນແມ່ນຂໍ້ຄົງຄ້າງກ່ຽວກັບການ ຊີ້ນຳ-ບັນ ຊາການຜັນຂະຫຍາຍເປັນແຜນງານ ແລະ ໂຄງການລະອຽດຂອງຂະແຫນງການ ແລະ ທ້ອງຖິ່ນຈຳນວນຫນຶ່ງຍັງຊັກຊ້າພາໃຫ້ເສຍເວລາໃນການ ເຮັດຕົວຈິງ ໂດຍສະເພາະ ແມ່ນ ດ້ານການພັດທະນາຊົນນະບົດ ຕິດພັນກັບການສົ່ງເສີມການຜະລິດສິນຄ້າ ເພື່ອແກ້ໄຂຄວາມທຸກ ຍາກຂອງຄອບຄົວ; ການເຕີບໂຕຂອງເສດຖະກິດ ຍັງບໍ່ທັນຫນັກແຫນ້ນ ຍ້ອນຍັງອີງໃສ່ຂະແຫນງການ ຂະຫນາດໃຫຍ່ ດ້ານການຂຸດຄົ້ນແຮ່ ທາດ ແລະ ການສົ່ງອອກ ແຫລ່ງຊັບພະຍາກອນທຳມະຊາດ ທີ່ເປັນວັດຖຸດິບເປັນຕົ້ນຕໍ; ການພັດທະນາຂົງເຂດສັງຄົມ ມີບາງດ້ານບໍ່ໄດ້ຕາມ ຄາດຫມາຍ, ປະກົດການຫຍໍ້ທໍ້ໃນສັງຄົມ ມີທ່າອ່ຽງເພີ່ມຂຶ້ນ, ກອງປະຊຸມໃຫຍ່ໄດ້ເລັ່ງທວງ ໃຫ້ດຳເນີນການແກ້ໄຂຂໍ້ຄົງຄ້າງທີ່ ຜ່ານມາຢ່າງຈິງຈັງ ເພື່ອສ້າງການຫັນປ່ຽນອັນຕັ້ງຫນ້າຫລາຍຂຶ້ນ ໃນການຈັດຕັ້ງປະຕິບັດແນວທາງຂອງພັກ. 

ກອງປະຊຸມໃຫຍ່ຍັງໄດ້ໄຈ້ແຍກຢ່າງເລິກເຊິ່ງບັນດາສາເຫດ ທີ່ພາໃຫ້ມີຂໍ້ຄົງຄ້າງຈາກນັ້ນ ຈຶ່ງໄດ້ຮັບຮອງເອົາຂໍ້ສະຫລຸບທີ່ເປັນບົດຮຽນ ກ່ຽວກັບການນຳພາ ຈັດຕັ້ງປະຕິບັດແນວທາງຂອງພັກ ໃຫ້ມີຜົນ ສຳເລັດໂດຍຖືວ່າ ຂໍ້ສະຫລຸບທີ່ເປັນບົດຮຽນທັງ 5 ຂໍ້ນັ້ນ ມີຄວາມຫມາຍ ສຳຄັນເປັນພິເສດ ສຳລັບການສືບຕໍ່ນຳພາ-ຊີ້ນຳ ຂອງພັກເຮົາ ເວົ້າລວມ ກໍຄືຂອງຄະນະພັກທຸກຂັ້ນ ແລະ ທຸກຂະແຫນງ ການໃນທົ່ວປະເທດ.

ຂໍ້ສະຫລຸບເຫລົ່ານັ້ນ ມີຄື:

1. ການເພີ່ມທະວີຄວາມສາມັກຄີ ເປັນອັນຫນຶ່ງອັນດຽວຂອງທົ່ວປວງຊົນລາວ ແລະ ຄວາມເປັນເອກະພາບພາຍໃນພັກ ເປັນປັດໄຈພື້ນຖານ ເພື່ອຮັບປະກັນ ສະຖຽນລະພາບທາງການເມືອງ; ໄປຄວບຄູ່ກັບການສ້າງສະພາບ ແວດລ້ອມທາງສັງຄົມທີ່ສະຫງົບປອດໄພ ແລະ ມີຄວາມ ເປັນລະບຽບຮຽບຮ້ອຍ ແມ່ນເງື່ອນໄຂສຳຄັນພື້ນຖານ ສຳລັບການປະຕິບັດສອງຫນ້າທີ່ຍຸດທະສາດ ແລະ ການເຊື່ອມໂຍງໃຫ້ມີຜົນສຳເລັດ. 
2. ການເພີ່ມທະວີບົດບາດ ແລະ ຄວາມສາມາດນຳພາຂອງພັກ ໃຫ້ສົມຄູ່ໃນທຸກຂົງເຂດວຽກງານເປັນຕົ້ນ ແມ່ນການນຳພາ ຊີ້ນຳອົງ ການລັດ ທຸກຂັ້ນ ໃຫ້ຜັນຂະຫຍາຍແນວທາງ ແລະ ທິດທາງຫນ້າທີ່ລວມຂອງພັກອອກ ເປັນແຜນງານໂຄງການລະອຽດຢ່າງຖືກຕ້ອງ ແລະ ທັນການທັງສອດຄ່ອງກັບຈຸດພິເສດ ແລະ ທ່າແຮງ ຂອງແຕ່ລະບ່ອນ; ໄປຄຽງຄູ່ກັບການຮູ້ເສີມຂະຫຍາຍກຳລັງແຮງຂອງບັນດາພາກສ່ວນ ເສດຖະກິດ ແລະ ມູນເຊື້ອ ຂອງປະຊາຊົນບັນດາຊັ້ນຄົນ ເຂົ້າຮ່ວມຈັດຕັ້ງປະຕິບັດ ແມ່ນເງື່ອນໄຂຈຳເປັນສຳລັບການຈັດຕັ້ງປະຕິບັດແນວທາງຂອງພັກໃຫ້ມີຜົນສຳເລັດ. 
3. ການຊີ້ນຳ-ບັນຊາ ຢ່າງເປັນເອກະພາບ ແລະ ແທດເຖິງຕົວຈິງ ຂອງຄະນະພັກແຕ່ລະຂັ້ນ ແລະ ແຕ່ລະຂະແຫນງການໃນທົ່ວປະເທດ ບວກກັບຄວາມ ເອົາໃຈໃສ່ບຳລຸງສ້າງ ແລະ ເສີມຂະຫຍາຍຄວາມຮູ້ ຄວາມສາມາດ ຂອງພະນັກງານ; ທັງມີການຕິດຕາມກວດ ກາຊຸກຍູ້ ສະມາ ຊິກພັກພະນັກງານ ໃຫ້ເຊີດຊູ ຄວາມເປັນແບບຢ່າງນຳຫນ້າໃນການປະຕິບັດຫນ້າທີ່ ດ້ວຍຄວາມຮັບຜິດຊອບສູງແມ່ນສິ່ງຄ້ຳປະກັນໃຫ້ການປະຕິບັດແນວທາງຂອງພັກມີຜົນສຳເລັດ. 
4. ການຫັນລົງຮາກຖານຢ່າງເປັນປົກກະຕິຕໍ່ເນື່ອງ, ຕິດແທດກັບຕົວຈິງ, ຕິດຕາມກວດກາ ຕີລາຄາ ຢ່າງເປັນປົກກະຕິ ຕໍ່ແຕ່ລະບາດກ້າວ ຂອງ ການຈັດຕັ້ງ ປະຕິບັດວຽກງານ; ຊອກຮູ້ບັນຫາ ແລະ ເບິ່ງບັນຫາຕາມຄວາມເປັນຈິງ ທັງມີຄວາມສະດຸ້ງໄວ ແລະ ມີຄວາມຕັດສິນ ໃຈສູງໃນ ການແກ້ໄຂ; ຍ້ອງຍໍສັນລະເສີນ ແລະ ປະຕິບັດນະໂຍບາຍທາງດ້ານວັດຖຸ ແລະ ຈິດໃຈ ຢ່າງເຫມາະສົມທັນການ ຕໍ່ຜູ້ທີ່ເຮັດວຽກ ດີ-ມີ ຜົນງານ ເດັ່ນ ແມ່ນສິ່ງສຳຄັນທີ່ຊ່ວຍ ໃຫ້ການປະຕິບັດແນວ ທາງມີຜົນສຳເລັດ. 
5. ການຢຶດຫມັ້ນ ແນວທາງການຕ່າງປະເທດສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ຢ່າງສະເຫມີຕົ້ນສະເຫມີປາຍ ຕິດແຫນ້ນ ກັບການປັບປຸງ ພາຍໃນໃຫ້ມີຄວາມເຂັ້ມແຂງ, ຕັ້ງຫນ້າປະຕິບັດພັນທະ ແລະ ຄຳຫມັ້ນສັນຍາຂອງຕົນໃຫ້ດີ ເພື່ອສ້າງຄວາມໄວ້ວາງໃຈ ໃນການ ເປັນຄູ່ຮ່ວມມືທີ່ດີຕໍ່ເພື່ອນມິດສາກົນ. ອັນນີ້ແມ່ນເງື່ອນໄຂຈຳເປັນສຳລັບການດຶງດູດເອົາການສະຫນັບສະຫນູນ ແລະ ການຊ່ວຍເຫລືອ ຮ່ວມມື ຈາກເພື່ອນມິດ ສາກົນເພື່ອປະຕິບັດແນວທາງຂອງພັກໃຫ້ເປັນຈິງ. ບົນພື້ນຖານຜົນສຳເລັດອັນສຳຄັນໃນຫລາຍດ້ານທີ່ຍາດມາໄດ້ ໃນ 5 ປີທີ່ຜ່ານ ມາ, ກອງປະຊຸມໃຫຍ່ ໄດ້ຢືນຢັນຄວາມຕັດສິນໃຈທີ່ ຈະສືບຕໍ່ພາປະເທດຊາດ ກ້າວຂຶ້ນ ສູ່ຄວາມມັ່ງຄັ່ງເຂັ້ມແຂງ, ພາປະຊາຊົນໄປ ສູ່ຄວາມ ຮັ່ງມີຜາສຸກ ແລະ ສ້າງສັງຄົມເຮົາໃຫ້ເປັນສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລເປັນກ້າວໆ ພາຍໃຕ້ຄຳຂວັນ ທີ່ເປັນ ທິດນຳລວມດັ່ງນີ້: ‘ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນຂອງທົ່ວປວງຊົນລາວ ແລະ ຄວາມເປັນເອກະພາບພາຍໃນພັກ; ເຊີດຊູບົດບາດ ແລະ ຄວາມສາມາດນຳພາຂອງພັກ; ສ້າງບາດກ້າວບຸກທະລຸໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃຫມ່; ສ້າງພື້ນຖານອັນຫນັກ ແຫນ້ນ ໃຫ້ແກ່ການນຳເອົາປະເທດຊາດຫລຸດພົ້ນອອກ ຈາກຄວາມດ້ອຍພັດທະນາໃນປີ 2020 ແລະ ສືບຕໍ່ກ້າວຂຶ້ນສູ່ ຈຸດຫມາຍ ສັງຄົມນິຍົມ’.

ກອງປະຊຸມໃຫຍ່ ໄດ້ເປັນເອກະພາບ ຮັບຮອງເອົາຄາດຫມາຍໃຫຍ່ທີ່ສຳຄັນຈຳນວນຫນຶ່ງ ເພື່ອສູ້ຊົນປະຕິບັດສຳລັບໄລຍະແຕ່ນີ້ເຖິງປີ 2015 ໃຫ້ເປັນຈິງດັ່ງນີ້:

1. ສະຖຽນລະພາບທາງດ້ານການເມືອງ ມີຄວາມຫນັກແຫນ້ນບົນພື້ນຖານການປັບປຸງບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ທີ່ພັກເຮົາເປັນແກນນຳ ໃຫ້ມີຄວາມເຂັ້ມແຂງ, ຫມັ້ນຄົງ ແລະ ມີປະຊາທິປະໄຕ; ຄວາມເປັນປຶກ ແຜ່ນພາຍໃນຊາດ ແລະ ຄວາມສາ ມັກຄີປອງດອງລະຫວ່າງເຜົ່າມີຄວາມຫນັກແຫນ້ນ; ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. 
2. ເສດຖະກິດແຫ່ງຊາດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຫມັ້ນທ່ຽງ, ລວມຍອດມູນຄ່າຜະລິດຕະພັນ (GDP) ເພີ່ມຂຶ້ນ 8% ຂຶ້ນໄປໃນ ແຕ່ລະປີ ແລະ ເມື່ອຮອດປີ 2015 ລວມຍອດມູນຄ່າຜະລິດຕະພັນ ພາຍໃນສະເລ່ຍຕໍ່ຫົວຄົນບັນລຸ 1.700 ໂດລາສະຫະລັດ; ການພັດທະນາໄດ້ຫັນປ່ຽນໄປຕາມທິດທີ່ຍືນຍົງ ຍ້ອນການພັດທະນາທາງດ້ານສັງຄົມ, ວັດທະນະທຳ ດຳເນີນໄປສົມຄູ່ກັບການພັດທະນາທາງເສດຖະກິດ ແລະ ການຮັກສາສິ່ງແວດລ້ອມ, ມີປັດໄຈພື້ນຖານ ສຳລັບການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄຫມ. 
3. ເມື່ອຮອດປີ 2015 ອັດຕາສ່ວນຄອບຄົວທຸກຍາກຍັງເຫລືອບໍ່ເກີນ 10% ຂອງຈຳນວນຄອບຄົວໃນທົ່ວປະເທດ; ສຳເລັດການສຶກສາ ຊັ້ນ ປະຖົມພາກບັງຄັບ ແລະ ພົນເມືອງສ່ວນໃຫຍ່ ມີລະດັບການສຶກສາຈົບມັດທະຍົມ ຕອນຕົ້ນ ແລະ ມີອາຍຸຍືນສະເລ່ຍ 68,3 ປີ; ບັນລຸເປົ້າ ຫມາຍສະຫັດສະວັດດ້ານການພັດທະນາ (MDGs). ວັດທະນະທຳແຫ່ງຊາດ ຍັງຄົງຄຸນຄ່າອັນດີງາມ, ທັງໄດ້ຮັບການສືບທອດແລະເສີມຂະຫຍາຍໃຫ້ອຸດົມຮັ່ງມີ. 
4. ສປປ ລາວ ມີເພື່ອນມິດສາກົນຢ່າງກວ້າງຂວາງ, ສາມາດເຂົ້າຮ່ວມໃນຂະບວນວິວັດແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນ ໄດ້ຢ່າງເປັນ ເຈົ້າການ, ທັງມີການປະກອບສ່ວນອັນຕັ້ງຫນ້າ ໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາ. 
ກອງປະຊຸມໃຫຍ່ ເຫັນເປັນເອກະພາບກັນວ່າ ຄາດຫມາຍທີ່ໄດ້ຮັບຮອງເອົານັ້ນ ແມ່ນສິ່ງຈຳເປັນພາວະວິໄສ ທີ່ຕ້ອງສູ້ຊົນປະຕິບັດໃຫ້ໄດ້ ເພື່ອ ສ້າງພື້ນຖານໃຫ້ ແກ່ການຫລຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020, ຫັນການພັດທະນາປະເທດ ໄປຕາມທິດເປັນອຸດສາ ຫະກຳ ແລະເປັນທັນສະໄຫມ ແລະ ມີຄວາມ ຫມັ້ນຄົງຍືນຍົງ.

ເພື່ອເຮັດໃຫ້ບັນດາຄາດຫມາຍສູ້ຊົນດັ່ງກ່າວນັ້ນປະກົດຜົນເປັນຈິງ ກອງປະຊຸມໃຫຍ່ຍັງໄດ້ເປັນເອກະພາບຮັບຮອງເອົາຫນ້າທີ່ລວມດັ່ງນີ້:

ຢຶດຫມັ້ນນຳພາການປ່ຽນແປງໃຫມ່ຮອບດ້ານ ຢ່າງຫນັກແຫນ້ນ ແລະ ຖືກຕ້ອງຕາມ 6 ຫລັກການທີ່ວາງໄວ້, ທັງມີຄວາມເດັດດ່ຽວ ປະດິດສ້າງ ໃນການຂຸດຄົ້ນ ກຳລັງແຮງສັງລວມ ແລະ ນຳໃຊ້ກາລະໂອກາດ ດ້ວຍການ ສ້າງບາດກ້າວບຸກທະລຸໃນ 4 ດ້ານໃຫ້ໄດ້ຄື: 
1.ຕ້ອງບຸກທະລຸ ໃຫ້ໄດ້ທາງດ້ານຈິນຕະນາການດ້ວຍການປົດປ່ອຍ, ແກ້ໄຂທັດສະນະແນວຄິດແບບຄຳພີ, ຮັກສາເດີມ, ຂີ້ຄ້ານມັກງ່າຍ,ຊ້າຍຈັດຂວາໂພດ;
2. ຕ້ອງບຸກທະລຸຢ່າງແຂງແຮງດ້ານການພັດທະນາຊັບພະຍາກອນມະນຸດ, ໂດຍສະເພາະດ້ານການກໍ່ສ້າງ ແລະ ບຳລຸງຍົກລະດັບຄວາມຮູ້ຄວາມສາມາດ ໃນດ້ານຕ່າງໆ ຂອງພະນັກງານໃຫ້ສົມຄູ່ກັບ ຄວາມຮຽກຮ້ອງ ຕ້ອງການ ຂອງການພັດທະນາ; 
3. ຕ້ອງບຸກທະລຸ ໃນດ້ານການແກ້ໄຂລະບອບລະບຽບການ ບໍລິຫານ-ຄຸ້ມຄອງ ທີ່ຍັງກົດຫນ່ວງອັດຕັນການຂະຫຍາຍຕົວ ຂອງການຜະລິດທຸລະກິດແລະການບໍລິການໃຫ້ຕົກໄປຢ່າງຂາດຕົວ. 
4. ຕ້ອງບຸກທະລຸໃນດ້ານການແກ້ໄຂຄວາມທຸກຍາກ ຂອງປະຊາຊົນດ້ວຍການຂຸດຄົ້ນແຫລ່ງທຶນຕ່າງໆ ແລະ ດ້ວຍນະໂຍບາຍສົ່ງເສີມເປັນພິ ເສດ, ສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມຢ່າງມີຈຸດສຸມ ເພື່ອເປັນກຳລັງ ແຮງຊຸກດັນໃຫ້ການພັດທະນາໃນຂົງເຂດອື່ນໆ ຢ່າງແຂງ ແຮງ.ກອງປະຊຸມໃຫຍ່ເລັ່ງທວງ ໃຫ້ນຳເອົາຫນ້າທີ່ລວມແຫ່ງການບຸກທະລຸທັງ 4 ດ້ານນັ້ນ ເຂົ້າສູ່ພາກປະຕິບັດໂດຍໄວ ແລະ ໃຫ້ດຳເນີນໄປພ້ອມໆກັນຢ່າງກົມກຽວ ໂດຍມອບໃຫ້ຄະນະບໍລິຫານງານສູນກາງພັກ ແລະ ຄະນະພັກທຸກຂັ້ນ ນຳພາຊີ້ນຳປະຕິບັດ ຢ່າງເປັນເອກະ ພາບ ແລະ ແທດເຖິງຕົວຈິງ.

ກອງປະຊຸມໃຫຍ່ໄດ້ເປັນເອກະສັນ ຮັບຮອງເອົາບັນດາຫນ້າທີ່ ແລະ ທິດທາງວຽກງານຈຸດສຸມຈຳນວນຫນຶ່ງ ໃນ 5 ປີຕໍ່ຫນ້າ 2011-2015 ດັ່ງນີ້:

ຫນຶ່ງ: ດ້ານເສດຖະກິດແມ່ນຢຶດຫມັ້ນແລະສືບຕໍ່ປະຕິບັດວຽກງານຈຸດສຸມຕົ້ນຕໍຈຳນວນຫນຶ່ງດັ່ງນີ້: 
1. ຢຶດຫມັ້ນຖືເອົາການພັດທະນາເສດຖະກິດເປັນໃຈກາງ, ເສີມຂະຫຍາຍກຳລັງແຮງຂອງທຸກພາກສ່ວນເສດຖະກິດ ແນໃສ່ຂະຫຍາຍ ກຳລັງ ການຜະລິດຢ່າງ ແຂງແຮງ, ຫັນປ່ຽນເສດຖະກິດທຳມະຊາດໄປສູ່ເສດຖະກິດສິນຄ້າ, ສ້າງເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມໃຫ້ສົມບູນຍິ່ງໆຂຶ້ນ. 
2. ເພີ່ມຄວາມສາມາດ ແລະ ປະສິດທິພາບຂອງການຄຸ້ມຄອງລັດຕໍ່ເສດຖະກິດ, ປັບປຸງລະບອບລະບຽບການ ແລະ ກົນໄກຄຸ້ມຄອງເສດຖະກິດໃຫ້ມີລັກສະນະສົ່ງເສີມອັນຕັ້ງຫນ້າ. 
3. ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ໄດ້ໂດຍພື້ນຖານດ້ວຍນະໂຍບາຍ ແລະ ມາດຕະການສົ່ງເສີມເປັນພິເສດແນໃສ່ຊຸກຍູ້ການ ຜະລິດ ເປັນສິນຄ້າ ຢ່າງແຂງແຮງ ກວ່າເກົ່າ ແລະ ພັດທະນາຊົນນະບົດ ໃຫ້ມີການຫັນ ປ່ຽນຢ່າງເດັ່ນຊັດ, ສ້າງບ້ານພັດທະນາໃຫ້ໄດ້ຫລາຍຂຶ້ນ. 
4 . ພັດທະນາກະສິກຳແບບປະສົມປະສານ, ຮັບປະກັນຄວາມຫມັ້ນຄົງດ້ານສະບຽງອາຫານ, ປົກປັກຮັກສາ ແລະ ຟື້ນຟູບູລະນະປ່າໄມ້ໃຫ້ມີເນື້ອທີ່ປົກຫຸ້ມຫລືພື້ນທີ່ສີຂຽວຫລາຍຂຶ້ນ. 
5. ປະຕິບັດຍຸດທະສາດ ຫັນເປັນອຸດສາຫະກຳ, ຫັນເປັນທັນສະໄຫມ, ຈັດສັນ ແລະ ນຳໃຊ້ແຫລ່ງຊັບພະຍາກອນ ໃຫ້ມີປະສິດທິພາບສູງ, ເພີ່ມຄວາມເອົາໃຈໃສ່ຕໍ່ການຮັກສາສິ່ງແວດລ້ອມ, ເຂົ້າຮ່ວມຢ່າງຕັ້ງຫນ້າໃນ ຂະບວນການຕໍ່ສູ້ ແກ້ໄຂສະພາວະໂລກຮ້ອນ;ເປັນເຈົ້າການເຊື່ອມໂຍງເສດຖະກິດກັບພາກພື້ນແລະສາກົນ. 
ສອງ: ພັດທະນາຂົງເຂດວັດທະນະທຳ-ສັງຄົມ ໃຫ້ສົມຄູ່ກັບເສດຖະກິດ ເພື່ອຮັບປະກັນຄວາມກົມກຽວ ແລະ ຄວາມຍືນຍົງ; ໂດຍຢຶດຫມັ້ນ: 
1. ຖືເອົາການພັດທະນາລະບົບການສຶກສາແຫ່ງຊາດ ຫລື ການສ້າງຄົນເປັນໃຈກາງ ແລະ ເປັນຫນ້າທີ່ຈຸດສຸມແຫ່ງການບຸກທະລຸ ແນໃສ່ສ້າງບຸກ ຄະລາກອນ ປະເພດຕ່າງໆ ເຊັ່ນ: ກຳມະກອນວິຊາຊີບ, ນາຍຊ່າງ, ວິຊາການ, ວິສາວະກອນ, ຜູ້ຄຸ້ມຄອງ-ບໍລິຫານ, ຜູ້ປະກອບການ, ຜູ້ຈັດການ. ໃຫ້ມີຄຸນນະພາບ ແລະ ມີຈຳນວນພຽງພໍ ສຳລັບຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ວຽກງານຢູ່ໃນອົງການພັກ-ລັດແລະໃນທົ່ວສັງຄົມ. 
2. ສ້າງຄົນລາວໃຫ້ມີຄວາມເຂັ້ມແຂງທາງຮ່າງກາຍ ແລະ ມີພະລານາໄມສົມບູນ ດ້ວຍການປະຕິບັດນະໂຍບາຍສາທາລະນະສຸກ ຕາມທິດຖື ເອົາການກັນພະຍາດ ສົ່ງເສີມສຸຂະພາບເປັນຕົ້ນຕໍ ແລະ ຖືເອົາການປິ່ນປົວທີ່ມ ມີຄຸນນະພາບ ແລະ ສະຫນອງການບໍລິການດ້ານສາທາລະນະສຸກ ຢ່າງທົ່ວເຖິງ ເປັນສຳຄັນ, ປະຕິບັດລະບອບປິ່ນປົວບໍ່ເສຍຄ່າ ຕໍ່ເປົ້າຫມາຍທີ່ທຸກຍາກຂາດເຂີນ ແລະ ດ້ອຍໂອກາດ. 
3. ເພີ່ມພູນພູມປັນຍາຂອງຊາດຢ່າງແຂງແຮງ, ສ້າງຄົນລາວໃຫ້ມີຄວາມສີວິໄລທາງດ້ານຈິດໃຈ, ມີແນວຄິດ ແລະ ຄຸນສົມບັດສິນປະຕິວັດ, ມີຊີວະທັດ ແລະ ໂລກະທັດທີ່ກ້າວຫນ້າ, ສືບທອດເສີມຂະຫຍາຍ ວັດທະນະທຳ ແຫ່ງຊາດ, ທັງຮູ້ຮັບເອົາສິ່ງທີ່ ມີຄຸນຄ່າຈາກ ວັດທະນະທຳ ຂອງນາໆຊາດ. 
4. ແກ້ໄຂບັນຫາທາງສັງຄົມ ທີ່ພົ້ນເດັ່ນ ດ້ວຍກຳລັງແຮງສັງລວມຂອງທົ່ວສັງຄົມ ແລະ ປະຕິບັດນະໂຍບາຍທາງສັງຄົມຕໍ່ເປົ້າຫມາຍຕ່າງໆ ຢ່າງເຫມາະສົມ.

ສາມ: ເສີມຂະຫຍາຍບົດບາດ ຂອງລະບົບອົງການອຳນາດແຫ່ງລັດໃຫ້ສູງຂຶ້ນຕື່ມ, ບູລະນະລັດປະຊາທິປະໄຕ ປະຊາຊົນ ໃຫ້ເປັນລັດແຫ່ງ ກົດຫມາຍຂອງ ປະຊາຊົນ ໂດຍປະຊາຊົນ ແລະເພື່ອປະຊາຊົນ ເທື່ອລະກ້າວ. ໃນສະເພາະຫນ້າທີ່ ຕ້ອງປະຕິບັດນຳ ‘ສ້າງແຂວງເປັນຫົວ ຫນ່ວຍຍຸດທະສາດ, ສ້າງເມືອງເປັນ ຫົວຫນ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວຫນ່ວຍພັດທະນາ’ ໃຫ້ເປັນຈິງ. 
ສີ່: ເພີ່ມທະວີວຽກງານແນວໂຮມຂອງພັກ; ເສີມຂະຫຍາຍບົດບາດຂອງອົງການແນວລາວສ້າງຊາດ, ຊາວຫນຸ່ມ, ແມ່ຍິງ, ກຳມະບານ ແລະ ສະຫະພັນ ນັກຮົບເກົ່າ ເພື່ອເພີ່ມທະວີຄວາມປອງດອງລະຫວ່າງເຜົ່າ, ຊັ້ນຄົນ, ເພດໄວ, ສາສະຫນາ ແລະ ສ້າງກ້ອນກຳລັງມະຫາສາມັກ ຄີທົ່ວປວງຊົນລາວ, ລວມທັງພີ່ນ້ອງ ເຊື້ອຊາດ ລາວຢູ່ຕ່າງປະເທດ; ສົ່ງເສີມບັນດາອົງການຈັດຕັ້ງສັງຄົມວິຊາຊີບ ແລະ ສະມາຄົມຕ່າງໆ ທີ່ໄດ້ສ້າງຕັ້ງ ແລະ ເຄື່ອນໄຫວຖືກຕ້ອງ ຕາມກົດຫມາຍ ເພື່ດເປັນກຳລັງ ແຮງສັງລວມໃນການສ້າງສາພັດທະນາປະເທດຊາດ. 
ຫ້າ: ປະຕິບັດແນວທາງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ເລິກເຊິ່ງກວ້າງຂວາງ; ສົມທົບວຽກງານປ້ອງ ກັນຊາດ-ປ້ອງກັນຄວາມ ສະຫງົບ ກັບການພັດທະນາເສດຖະກິດສັງຄົມ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ຢ່າງກົມກຽວ; ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງບ້ານ ແລະ ກຸ່ມບ້ານພັດທະນາຕາມ 4ເນື້ອໃນ 4 ຄາດຫມາຍ, ພັດທະນາເສດຖະກິດສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຕິດແຫນ້ນກັບການສ້າງທ່າສະຫນາມ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຢູ່ຮາກຖານ. 
ຫົກ: ສືບຕໍ່ເປີດກວ້າງການພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນ ໂດຍຢຶດຫມັ້ນແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ຢ່າງສະເຫມີຕົ້ນ ສະເຫມີປາຍ; ສົ່ງເສີມ ການພົວພັນຮ່ວມມື ກັບຕ່າງປະເທດ ແບບຫລາຍທິດ, ຫລາຍຝ່າຍ, ຫລາຍລະດັບ ແລະ ຫລາຍຮູບແບບ ບົນພື້ນຖານຫລັກການ ເຄົາລົບເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. 
ເຈັດ: ປັບປຸງກໍ່ສ້າງພັກ ໃຫ້ມີຄວາມປອດໃສ, ຫນັກແຫນ້ນ ແລະ ເຂັ້ມແຂງ; ມີຄວາມສາມາດນຳພາຢ່າງສົມຄູ່ກັບພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃນເງື່ອນໄຂໃຫມ່; ໂດຍຢຶດຫມັ້ນ ໃນທິດທາງລວມກ່ຽວກັບການສ້າງພັກດັ່ງນີ້: ຢຶດຫມັ້ນໃນທາດ ແທ້ຂອງພັກມາກ-ເລນິນ, ອອກ ແຮງສ້າງ ແລະ ປັບປຸງຕົນເອງ ໃຫ້ທ່ຽມທັນກັບຍຸກສະໄຫມ, ເປັນພັກທີ່ມີຄວາມສາມາດກຳອຳນາດ ແລະ ກຳອຳນາດເພື່ອປະຊາຊົນ, ເພື່ອຄວາມຈະເລີນວັດທະນາ ຂອງປະເທດຊາດ; ເປັນພັກທີ່ມີການຈັດຕັ້ງເຂັ້ມແຂງ ແລະ ມີຄວາມສາມັກຄີ ເປັນເອກະພາບ ຫນັກແຫນ້ນທາງດ້ານມານະຈິດ ແລະ ການກະທຳ, ມີການຄຸ້ມຄອງທີ່ຮັດກຸມ, ມີລະບຽບ ວິໄນອັນເຂັ້ມງວດ, ມີແບບແຜນ ວິທີນຳພາທີ່ວິທະຍາສາດ, ປະດິດສ້າງ ແລະ ແທດເຫມາະຕົວຈິງ; ເປັນພັກ ທີ່ມີຄວາມປອດໃສ ຂາວສະອາດ ໂດຍມີຄວາມເດັດຂາດເຂັ້ມງວດ ໃນການສະກັດກັ້ນ, ກຳຈັດການສໍ້ລາດບັງຫລວງ ແລະ ປະກົດການຫຍໍ້ທໍ້ອື່ນໆ ຢູ່ໃນກົງຈັກຂອງພັກ, ຂອງລັດ ແລະ ໃນຖັນແຖວພະນັກງານ, ສະມາຊິກພັກ.

ເພື່ອເຮັດໃຫ້ຄາດຫມາຍ ແລະ ທິດທາງລວມດັ່ງກ່າວປະກົດເປັນຈິງ ພວກເຮົາຕ້ອງສຸມໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ຈຳນວນຫນຶ່ງໃຫ້ດີດັ່ງນີ້:

1.    ຕ້ອງເພີ່ມທະວີການສ້າງພັກທາງດ້ານການເມືອງ-ແນວຄິດ ແລະ ເອົາໃຈໃສ່ປັບປຸງວຽກງານຄົ້ນຄວ້າທິດສະດີຢ່າງຈົດຈໍ່ສືບຕໍ່ຢຶດຫມັ້ນ ໃນທິດ ສະດີມາກ-ເລນິນ ແລະ ອຸດົມການສັງຄົມນິຍົມ, ເອົາໃຈໃສ່ຄົ້ນຄວ້າ, ກຳແຫນ້ນ ແລະ ຫມູນໃຊ້ບັນດາ ຫລັກມູນພື້ນຖານຂອງລັດທິ ມາກ-ເລນິນ ເຂົ້າໃນສະພາບການຕົວຈິງຂອງປະເທດເຮົາ ຢ່າງປະດິດສ້າງ ແລະ ແທດເຫມາະ, ໂດຍຕິດພັນກັບການສະ ຫລຸບຖອດຖອນ ບົດຣຽນຈາກພຶດຕິກຳ ຂອງປະເທດເຮົາ ຢ່າງເປັນ ປົກກະຕິ ເພື່ອບູລະນະແນວທາງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງ ການຂອງການພັດ ທະນາ ປະເທດຊາດ; ຢຶດຫມັ້ນແນວທາງປ່ຽນແປງໃຫມ່ ໄປພ້ອມກັບການຕ້ານ ລັດທິຄຳພີ, ຮັກສາເດີມ, ກໍຄື ແນວຄິດອັດຕະວິໄສ, ຮ້ອນຕົນ ແລະ ທັດສະນະແນວຄິດຄອນແຄນບໍ່ມີຫລັກຫມັ້ນ ແລະ ບໍ່ກຳແຫນ້ນຫລັກການ ປ່ຽນແປງໃຫມ່; ຍົກສູງຄຸນທາດການເມືອງ ແລະ ລະດັບຄວາມຮູ້ຄວາມສາມາດຂອງສະມາຊິກພັກຂຶ້ນຕື່ມອີກ, ເຮັດໃຫ້ທົ່ວພັກມີຄວາມເຊື່ອຫມັ້ນ ໃນອຸດົມ ການສັງຄົມນິຍົມ, ບໍ່ຫວັ່ນໄຫວ ຄອນແຄນ ຕໍ່ຫນ້າການທ້າທາຍທົດສອບໃດໆ. 
2. ສືບຕໍ່ປັບປຸງພັກ ໃຫ້ເຂັ້ມແຂງທາງດ້ານການຈັດຕັ້ງ, ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກ ພິເສດແມ່ນໃນອົງການ ນຳສູງສຸດ ຂອງພັກ, ຢຶດຫມັ້ນ ໃນຫລັກການລວມສູນປະຊາທິປະໄຕ, ເສີມຂະຫຍາຍ ປະຊາທິປະໄຕ ໄປພ້ອມກັບການ ເພີ່ມທະວີລະບຽບວິໄນຢູ່ພາຍໃນພັກຢ່າງເຂັ້ມງວດ. 
3. ປັບປຸງແບບແຜນນຳພາ, ຍົກສູງຄວາມສາມາດກຳອຳນາດຂອງພັກ, ໂດຍຢຶດຫມັ້ນ ແລະ ເສີມຂະຫຍາຍແບບແຜນນຳພາທີ່ເປັນມູນເຊື້ອ ອັນດີງາມ ຂອງພັກ ເປັນຕົ້ນແມ່ນເຄື່ອນໄຫວນຳພາໂດຍຜ່ານແນວທາງ ແລະ ການຈັດຕັ້ງຂອງພັກ, ນຳພາຕາມແນວທາງມະຫາຊົນ, ເອົາການຂົນ ຂວາຍປຸກລະດົມ ຊວນເຊື່ອ ສົມທົບກັບຄວາມເປັນແບບຢ່າງນຳຫນ້າຂອງສະມາຊິກພັກ ແລະ ການຈັດຕັ້ງຂອງພັກ, ໄປພ້ອມໆກັບການ ເພີ່ມທະວີແບບແຜນ ນຳພາທີ່ແທດ ເຖິງຕົວຈິງ, ມີວິທະຍາສາດ, ມີປະຊາທິປະໄຕ, ເຮັດໃຫ້ການເຄື່ອນໄຫວນຳຂອງຄະນະພັກຂັ້ນຕ່າງໆ ສອດຄ່ອງກັບກົດເກນພາວະວິໄສ, ເອົາການເອົາງານ ແລະ ມີຄວາມຮັບ ຜິດຊອບ, ທັງມີຄວາມຕັ້ງຫນ້າ ເປັນເຈົ້າການຕໍ່ສູ້ຕ້ານ ແລະ ກຳຈັດປັດເປົ່າພະຍາດອາດຍາສິດ, ການເຮັດວຽກແບບຜິວເຜີນ, ຂາດຄວາມ ຮັບຜິດຊອບ, ຕ້ານກັບ ແນວຄິດທັດສະນະ ທີ່ບໍ່ເຄົາລົບລະ ບຽບວິໄນ, ທັດສະນະແນວຄິດ ແລະ ການກະທຳສ້າງ ກຸ່ມກ້ອນເຊື້ອສາຍ. 
4. ປັບປຸງວຽກງານກວດກາໃຫ້ເຂັ້ມແຂງ; ຍົກສູງຄຸນນະພາບຂອງວຽກງານກວດກາໄປພ້ອມກັບການຍົກລະດັບຄວາມສາມາດ ຂອງພະນັກງານ ກວດກາ; ປະຕິບັດລະບອບການກວດກາຕໍ່ການຈັດຕັ້ງ ແລະ ບຸກຄົນ, ການກວດກາ ວຽກງານ ແລະ ຄວາມຮັບຜິດຊອບຕົວຈິງ ຢ່າງເປັນປົກກະຕິ; ສ້າງກົນໄກຕິດຕາມກວດກາ ລະຫວ່າງການຈັດຕັ້ງດ້ວຍກັນ, ການກວດກາຂອງການຈັດຕັ້ງຕໍ່ບຸກຄົນ ແລະ ການກວດກາຂອງ ຂັ້ນລຸ່ມຕໍ່ຂັ້ນເທິງ; ສົມທົບການກວດກາ ຂອງພັກກັບການ ກວດກາຂອງລັດ ແລະ ການກວດກາຂອງປະຊາຊົນໃຫ້ເຫມາະສົມກົມກຽວ; ເພີ່ມທະວີລະບອບການກວດກາ ເພື່ອສະກັດກັ້ນດ້ານຫຍໍ້ທໍ້ ຕິດແຫນ້ນກັບ ການກວດກາເພື່ອເສີມຂະຫຍາຍດ້ານຕັ້ງຫນ້າ ແລະ ປັດໄຈໃຫມ່; ສ້າງເງື່ອນໄຂໃຫ້ມະຫາຊົນ ສາມາດເຂົ້າຮ່ວມໃນການກວດກາໄດ້ຢ່າງເປັນເຈົ້າການ. 
5. ປັບປຸງວຽກງານຄຸ້ມຄອງ ແລະ ປ້ອງກັນພັກ ໃຫ້ເປັນລະບົບ, ຖືສຳຄັນເປັນພິເສດການປົກປ້ອງແນວທາງການເມືອງ, ອົງການນຳຂອງພັກ ພ້ອມດ້ວຍການ ຈັດຕັ້ງຂອງພັກ ແລະ ສະມາຊິກພັກ, ປ້ອງກັນພະນັກງານສະມາຊິກພັກ ໃຫ້ມີສະຕິເຝິກຝົນຕົນເອງເປັນປະຈຳ, ທັງມີການ ປະພຶດຖືກຕ້ອງຕາມກົດຫມາຍ ແລະ ກົດລະບຽບຂອງພັກ; ປະຕິບັດທິດນຳທີ່ວ່າ ຜູ້ທີ່ເຮັດວຽກດີ, ມີຜົນງານດີເດັ່ນ ຕ້ອງໄດ້ຮັບການຍ້ອງຍໍ ສັນລະເສີນຢ່າງເຫມາະສົມ ແລະ ທັນການ, ຜູ້ໃດຝ່າຝືນ ກົດລະບຽບຂອງພັກ ຫລື ກົດຫມາຍຂອງລັດ ແລະ ຈັນຍາບັນຂອງສະມາຊິກພັກ ກໍຄືືຂອງພະນັກງານ ຜູ້ນັ້ນຕ້ອງຖືກລົງວິໄນ ຫລື ລົງໂທດຢ່າງເຫມາະສົມ ກັບແຕ່ລະກໍລະນີ ແລະທັນການ.ສືບຕໍ່ດຳເນີນການມອບບັດສະມາຊິກພັກໃຫ້ສຳເລັດ. 
6. ວຽກງານພະນັກງານ ແລະ ການບຳລຸງສ້າງຖັນແຖວພະນັກງານ ໃຫ້ມີຄຸນນະພາບ. ໃນຊຸມປີຕໍ່ຫນ້ານີ້ ຕ້ອງສ້າງໃຫ້ໄດ້ ຖັນແຖວພະ ນັກງານ ທີ່ມີຄວາມຮູ້, ມີຄວາມສາມາດ, ມີຄຸນສົມບັດ, ມີທາດແທ້ຫລັກຫມັ້ນການເມືອງ ຫນັກແຫນ້ນ, ມີຄວາມຈົງຮັກພັກດີ ຢ່າງສຸດຊື້ງຕໍ່ປະເທດ ຊາດ ແລະ ພາລະກິດຂອງພັກ, ມີນ້ຳໃຈຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ, ມີແບບແຜນດຳລົງຊີວິດທີ່ສົດໃສ ແລະ ກ້າວຫນ້າ, ມີມານະຈິດ ເຝິກຝົນຫລໍ່ຫລອມຕົນເອງ, ດຸຫມັ່ນຄົ້ນຄວ້າ ຮ່ຳຮຽນ ຍົກລະດັບໃນທຸກດ້ານຢ່າງບໍ່ຢຸດຢັ້ງ, ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນ, ເຄົາລົບກົດຫມາຍ ແລະ ກົດລະບຽບຂອງພັກຢ່າງ ເຂັ້ມງວດ. ພ້ອມກັນນັ້ນ ກໍປະຕິບັດໃຫ້ເປັນຈິງ ຕາມທິດນຳທີ່ວ່າ: ສ້າງໃຫ້ໄດ້ຖັນແຖວພະນັກງານທີ່ສອດຄ່ອງກັບໂຄງປະກອບ, ພຽງພໍກັບຄວາມຕ້ອງການ ໂດຍພື້ນຖານ, ຄົບຊຸດ ແລະ ມີຖັນແຖວສືບ ທອດຕໍ່ເນື່ອງທີ່ຫນັກແຫນ້ນ; ມີການຄຸ້ມຄອງ ນຳໃຊ້ຢ່າງເຫມາະສົມ ແລະ ມີປະສິດທິພາບ. ບັນດາທິດທາງຫນ້າທີ່ຈຸດສຸມ ໃນແຕ່ລະ ດ້ານທີ່ກອງປະຊຸມໃຫຍ່ຄັ້ງທີ IX ໄດ້ວາງອອກນັ້ນ ລ້ວນແຕ່ແນໃສ່ສ້າງບາດກ້າວບຸກທະລຸໃນແຕ່ລະຂົງເຂດວຽກງານ; ສະນັ້ນ ພວກເຮົາ ຕ້ອງຄົ້ນຄວ້າກຳແຫນ້ນ ແລະ ປະຕິບັດຢ່າງເອົາຈິງເອົາຈັງ.

http://kpl.gov.la/Page/Political/Party.aspx